ປະທານາທິບໍດີ​ອາ​ເມ​ລິ​ກາ​ອອກ​ຄຳ​ສັ່ງ​ໃຫ້​ສ້າງຕັ້ງອົງການ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ແຫ່ງ​ໃໝ່
2015-02-26 16:36:51  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 25 ກຸມພາ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ສ້າງຕັ້ງອົງການ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ​ທີ່​ມີ​ຊື່ວ່າ "ສູນ​ລວບ​ລວມຂ່າວ​ລັບ​ທີ່​ຂົ່ມຂູ່​ຕໍ່ອິນ​ເຕີ​ເນັດ", ​ເຊິ່ງມີ​ຈຸດປະສົງ​ເພື່ອ​ປະສານ​ງານ​ແລະ​ລວບ​ລວມຂ່າວ​ລັບ​ທາງ​ດ້ານ​ອິນ​ເຕີ​ເນັດ​ທີ່​ເກັບ​ກຳ​​ໂດຍ​ອົງການ​ທີ່​ມີ​ຢູ່​ໃນ​ປັດຈຸບັນ​ຂອງ​ອາ​ເມ​ລິ​ກາ, ​ແລະ​ເພີ່ມ​ຄວາມ​ສາມາດ​ຂອງ​ອາ​ເມ​ລິ​ກາ​ໃນ​ການ​ຮັບ​ມື​ກັບ​ການ​ຂົ່ມຂູ່​ຕໍ່​ອິນ​ເຕີ​ເນັດ.

    ທຳນຽບຂາວ​ໄດ້​ອອກ​ຖະ​ແຫຼງການ, ​ໂດຍ​ກ່າວ​ວ່າ, ອົງການ​ທີ່​ສ້າງຕັ້ງຂຶ້ນ​ໃໝ່​ນີ້​ຈະ​ນຳພາ​ໂດຍ​ຜູ້​ກຳກັບ​ຂ່າວ​ລັບ​ແຫ່ງ​ຊາດ, ​ແຕ່​ມັນ​ບໍ່​ແມ່ນ "ສູນ​ການ​ເຄື່ອນ​ໄຫວ", ຈະ​ບໍ່​ເກັບ​ກຳ​ຂ່າວ​ລັບ, ບໍ່​ຮັບຜິດຊອບ​ການ​ຮັບ​ມື​ກັບ​ອຸບັດ​ເຫດ, ບໍ່​ບັນຊາ​ການ​ສຳຫຼວດອຸບັດ​ເຫດ, ​ແລະ​ຈະ​ບໍ່​ເຂົ້າ​ແທນ​ພາກສ່ວນ, ອົງການ ​ແລະ​ສູນ​ອິນ​ເຕີ​ເນັດ​ທີ່​ມີ​ຢູ່​ໃນ​ປັດຈຸບັນຂອງ​ລັດຖະບານ.

    ນັບ​ແຕ່​ຕົ້ນປີ​ນີ້​ມາ, ທ່ານ​ໂອ​ບາ​ມາ​ໄດ້​ມີ​ການ​ກະທຳ​ເລື້ອຍໆ​ໃນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອິນ​ເຕີ​ເນັດ, ​ເຊິ່ງບໍ່​ພຽງ​ແຕ່​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ໃຫ້​ສ້າງ​ກົດໝາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງ​ອິນ​ເຕີ​ເນັດ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ເຊັນ​ລັດຖະດຳ​ລັດ​ເພື່ອ​ຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​​ແບ່ງປັນ​ຂ່າວ​ຄາວ​ໃນ​ດ້ານ​ຄວາມ​ປອດ​ໄພ​ຂອງ​ອິນ​ເຕີ​ເນັດ​ໃຫ້​ລັດຖະບານ. ພ້ອມ​ດຽວ​ກັນນັ້ນ, ກໍ​ມີ​ອົງການ​ແລະ​ວິ​ສາ​ຫະກິດ​ຂອງ​ອາ​ເມ​ລິ​ກາ​ກ່າວ​​ໃນ​ບາງ​ຄັ້ງບາງ​ຄາວວ່າ, ຂໍ້​ມູນ​ຂອງ​ລູກ​ຄ້າ​ຖືກ​ແຮກ​ເກີ​ລັກ​ເອົາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ