ໃນ​ປີ 2014 ​ໄພ​ທຳ​ມະ​ຊາດ​ເຄິ່ງໜຶ່ງ​ເກີດ​ຂຶ້ນຢູ່​ອາຊີ​ປາຊີ​ຟິກ
2015-02-26 17:33:49  cri 
    ຕາມ​ຂ່າວສານ​ຈີນ: ວັນ​ທີ 25 ກຸມພາ​ນີ້, ຄະນະ​ກຳມະການ​ເສດຖະກິດ​ສັງຄົມ​ອາຊີ​ປາຊິ​ຟິກ (ຫຼື​ແອ​ສກັບ) ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະບັບຫຼ້າສຸດ ​ໂດຍ​ຂຽນ​ວ່າ, ​ໃນ​ໄພ​ທຳ​ມະ​ຊາດ​ຈຳນວນ 226 ​ເທື່ອທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ​ເມື່ອ​ປີ 2014, ​ໃນ​ນີ້ມີ 119 ​ເທື່ອ​ເກີດ​ຂຶ້ນຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ, ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ເສດຖະກິດ​ສູງ​​ເຖິງ 59 ຕື້ 600 ລ້ານ​ໂດ​ລາ​ສະຫະລັດ.

    "ບົດ​ລາຍ​ງານ​ວ່າ​ດ້ວຍ​ການ​ຫວນ​ຄືນ​ໄພ​ທຳ​ມະ​ຊາດ​ອາຊີ​ປາຊິ​ຟິກປີ 2014" ສະບັບ​ນີ້ ຊີ້​ອອກ​ວ່າ, ​ເຖິງ​ວ່າ​ໃນ​ປີ​ທີ່​ຜ່ານ​ມາ​ນີ້ ບໍ່​ໄດ້​ເກີດ​ໄພ​ແຜ່ນດິນ​ໄຫວຫຼືຄື້ນຊຸ​ນາ​ມິ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ກໍ​ຕາມ, ​ແຕ່​ຢູ່​ພາກ​ພື້ນ​ອາຊີ​ປາຊິ​ຟິກ ຍັງ​ໄດ້​ເກີດ​ໄພ​ພາຍຸ​ຝົນຕົກ​ແຮງ, ​ໄພ​ນ້ຳ​ຖ້ວມ ​ແລະ​ດິນ​ພູ​ເຈື່ອນ​ທີ່​ໜັກໜ່ວງ, ​ເຊິ່ງມີ​ຜູ້​ປະສົບ​ໄພ 79 ລ້ານ 6 ​ແສນ​ຄົນ, ​ແລະ​ມີ 6.050 ຄົນ​ເສຍ​ຊີວິດ.

    ບົດ​ລາຍ​ງານ​ສະບັບ​ນີ້​ເຫັນ​ວ່າ, ພາກ​ພື້ນ​ອາຊີ​ປາຊິ​ຟິກ​ໄດ້​ມີ​ການ​ຮັບ​ມື​ໄພພິບັດ​ທາງ​ທຳ​ມະ​ຊາດ​ຕ່ຳ ​ເປັນຕົ້ນ​ໄພ​ນ້ຳ​ຖ້ວມ​ຂ້າມ​ຊາດ​ແລະ​ດິນ​ພູ​ເຈື່ອນ, ສ່ວນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ ມີ​ຄວາມ​ອາດ​ເປັນ​ໄປ​ໄດ້ຫຼາຍທີ່​ສຸດ​ທີ່​ຈະ​ເຮັດ​ໃຫ້​ເກີດ​ໄພ​ທຳ​ມະ​ຊາດ​ເຫຼົ່ານີ້, ທັງ​ນີ້​ກໍ​ຕ້ອງການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແລະ​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ຮ່ວມ​ມື​ກັນ​ໃນ​ດ້ານ​ເຕືອນ​ໄພ​ແລະ​ຈັດ​ວາງ​ປະຊາຊົນ​ໄປ​ຢູ່​ບ່ອນ​ທີ່​ປອດ​ໄພ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ