ຍົນ​ລາດຕະ​ເວນ​ຕ້ານ​ເຮືອ​ດຳ​ນ້ຳ Poseidon ຂອງ​ອາ​ເ​ມລິ​ກາ​ບິນ​ອອກ​ຈາກ​ຟີ​ລິບ​ປິນ​ເພື່ອ​ປະຕິບັດ​ໜ້າ​ທີ່
2015-02-27 13:17:48  cri 
ໜັງສືພິມ​ຫຼຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​​ໂປ​ລາຍ​ງານ​ວ່າ ວັນ​ທີ 26 ກຸມພາ​ນີ້ ກອງທັບ​​ເຮືອ​ອາ​ເມ​ລິ​ກາ​ຢືນຢັນ​ວ່າ ຍົນ​ລາດຕະ​ເວນ​ຕ້ານ​ເຮືອ​ດຳ​ນ້ຳPoseidon P-8A ​ທີ່​ມີ​ຄວາມ​ກ້າວໜ້າ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ ​ໄດ້​ບິນ​ອອກ​ຈາກ​ຟີ​ລິບ​ປິນ​ໃນ​ເມື່ອ​ມໍ່​ໆ​ມາ​ນີ້​​ເພື່ອ​ປະຕິບັດ​ໜ້າ​ທີ່ຢູ່​ທະ​ເລ​ຈີນ​ໃຕ້. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ອາ​ເມ​ລິ​ກາ​ໄດ້​ຢືນຢັນ​ເຖິງ​ການຈັດ​ວາງ​​ໃນ​ລັກສະນະ​ນີ້.

ວັນ​ທີ 26 ກຸມພາ​ນີ້ ກອງທັບ​ເຮືອ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ ​​ເຂົາ​ເຈົ້າ​ໄດ້​ແນະນຳ​ໃຫ້​ກອງທັບ​ຟີ​ລິບ​ປິນຮັບຮູ້​ກ່ຽວ​ກັບ​ບົດບາດ​ຂອງ​ຍົນ​ລາດຕະ​ເວນ​ຕ້ານ​​ເຮືອ​ດຳ​ນ້ຳ Poseidon . ທ່ານ​ເປີຣ ຜູ້​ບັນຊາ​ການ​ຍົນ​ລາດຕະ​ເວນ​ຂອງ​ກອງ​ສູ້​ຮົບ​ທາງ​ອາກາດ​ທີ 4 ຂອງ​ກອງທັບ​ເຮືອ​ອາ​ເມ​ລິ​ກາ​ໄດ້​ກ່າວ​ໃນ​ຖະ​ແຫຼ​ງການ​ວ່າ ການ​ທີ່​ຮ່ວມ​ກັນ​ຊົ​ມ​ໃຊ້​ບົດບາດ​ຂອງ​ຍົນ​​ແບບ​ນີ້​ກັບ​ພັນທະ​ມິດ​ແມ່ນ​ສາມາດ​ເພີ່ມ​ຄວາມ​ກົມກຽວ​ກັນ​ລະຫວ່າງ​ສອງ​ຝ່າຍ.

​ເຈົ້າ​ໜ້າ​ທີ່​ທະຫານ​ຟີ​ລິບ​ປິນ​ກ່າວ​ວ່າ ອີງຕາມ​ຫຼັກການ​ທີ່​ສົ່ງ​ທະຫານ​ແລະ​ອຸປະກອນຕ່າງໆ​ປະກອບ​ໄປ​ຟີ​ລິບ​ປິນປະຈຳການຢ່າງ​ຕໍ່​ເນື່ອງ, ນັບ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ, ອາ​ເມ​ລິ​ກາ​ໄດ້​ສົ່ງ​ຍົນ​ລາດຕະ​ເວນP-3 Orion ທີ່​ບໍ່​ໄດ້​ປະກອບ​ອາວຸດ​ໄປຖານ​ທັບ​ຟີ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ