ກອງ​ນຳ​ໜ້າ​ຂອງກອງພັນ​ນ້ອຍ​ທະຫານ​ລາບ​ຮັກສາ​ສັນຕິພາບ​ກອງ​ທຳ​ອິດ​ຂອງ​ຈີນທີ່​ປະກອບ​ດ້ວຍ​ນາຍ​ແລະ​ພົນທະຫານຈຳນວນ 144 ຄົນອອກ​ເດີນທາງ​ໄປຊູ​ດັງ​ໃຕ້
2015-02-27 13:22:06  cri 
ຄືນ​ວັນ​ທີ 26 ກຸມພາ​ນີ້, ກອງ​ນຳ​ໜ້າ​ຂອງກອງພັນ​ນ້ອຍ​ທະຫານ​ລາບ​ຮັກສາ​ສັນຕິພາບ​ກອງ​ທຳ​ອິດ​ຂອງ​ຈີນທີ່​ປະກອບ​ດ້ວຍ​ນາຍ​ແລະ​ພົນທະ ຫານຈຳນວນ 144 ຄົນ​ໄດ້ອອກເດີນທາງ​ຈາກ​ນະຄອນ​ຈີ​ນານ​ແຂວງ​ຊ່ານ​ຕຸ່ງຂອງ​ຈີນ​ດ້ວຍ​ເຮືອບິນ​ເຊົ່າເໝົາລຳ​ຂອງ​ສະຫະ​ປະຊາ​ຊາດ​ເດີນ ທາງ​ໄປຊູ​ດັງ​ໃຕ້​ເພື່ອ​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ.

ຫຼັງ​ຈາກ​ເດີນທາງ​ໄປ​ເຖິງຊູ​ດັງ​ໃຕ້​ແລ້ວ, ກອງ​ນຳ​ໜ້າດັ່ງກ່າວ​ຈະ​ຮ່ວມ​ກັບ​ນາຍ​ແລະ​ພົນທະຫານ​ຈີນ​ຈຳນວນ 36 ຄົນ​ທີ່​ຮັບຜິດຊອບ​ວຽກ​ງານ​ການ​ຕິດ​ຕັ້ງ​ອຸປະກອນ​​ໄລຍະ​ຕົ້ນ​ນັ້ນ​ປະຕິບັດ​ໜ້າ​ທີ່​ຕ່າງໆ​ຢູ່​ເຂດ​ປະຈຳການ​ເຊັ່ນ​ລຶ້ງ​ເຄີຍ​ກັບ​ສະພາບຕ່າງໆຂອງ​ທ້ອງ​ຖິ່ນ, ການ​ກໍ່ສ້າງ​ອາຄານ​ຄ້າຍ​ທະຫານ, ການ​ຮັບ​ເອົາ​ອຸປະກອ​ນທີ່​ກ່ຽວຂ້ອງ​ແລະ​ປະຕິບັດ​ໜ້າ​ທີ່​ອື່ນໆ​ທີ່​ກອງ​ກຳລັງ​ພິ​ເສດ​ຂອງ​ອົງການ​ປະ​ສະ​ປະຊາ​ຊາດ​ປະຈຳ​ຊູ​ດັງ​ໃຕ້​ໄດ້​ມອບ​ໝາຍ​ໃຫ້.

ຕາມ​ຂ່າວ​ໄດ້​ໃຫ້​ຮູ້​ວ່າ ນອກຈາກ​ກອງ​ນຳ​ໜ້າ​ດັ່ງກ່າວ​ແລ້ວ, ທະຫານ​ຮັກສາ​ສັນຕິພາບອີກ​ຈຳນວນ 520 ຄົນຂອງກອງພັນ​ນ້ອຍ​ທະຫານ ລາບ​ຮັກສາ​ສັນຕິພາບ​ຂອງ​ຈີນ​ຈະ​ແບ່ງ​ເປັນຊຸດ​ເດີນທາງ​ດ້ວຍ​ເຮືອບິນ​ໄປ​ເຂດ​ປະຕິບັດ​ໜ້າ​ທີ່​ຢູ່ນະຄອນຫຼວງຈູ​ບາ​ຂອງ​ຊູ​ດັງ​ໃຕ້​ຕາມ​ແຜນ ການທີ່​ໄດ້​ກຳນົດ​ໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ