ກອງ​ປະຊຸມ​ເທື່ອ​ທີ 13 ຂອງ​ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ໄດ້​ແບ່ງ​ຈຸ​​ເພື່ອ​ພິຈາລະນາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ສະບັບພິຈາລະນາ​ເທື່ອ​ທີ 2
2015-02-27 13:33:59  cri 
ຕອນບ່າ​ຍວັນ​ທີ 26 ກຸມພາ​ນີ້, ກອງ​ປະຊຸມ​ເທື່ອ​ທີ​ 13 ຂອງ​ຄະນະ​ກຳມະການ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ​ໄດ້​​ແບ່ງຈຸດຳ​ເນີນ​ການ​ພິຈາລະນາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ສະບັບ​ພິຈາລະນາ​ເທື່ອ​ທີ 2.

ຄະນະ​ກຳມະການ​ປະຈຳ​ສະພາ​ແລະ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາ​ບໂດຍລວມວ່າ ຈີນ​ກຳລັງ​ປະ​ເຊີນ​ກັບ​ໄພ​ອັນຕະລາຍ​​ໃນ​ຕົວ​ຈິງ​ແລະ​ໄພ​ຂົ່ມຂູ່​ໃນ​ໄລຍະ​ຍາວຂອງ​ລັດທິ​ກໍ່​ການ​ຮ້າຍ, ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ດ້ວຍ​ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ແລະ​ຕໍ່​ເນື່ອງ ​ເຊິ່ງ​ໄດ້​ເປັນ​ໄພ​ອັນຕະລາຍ​ຢ່າງ​ໜັກໜ່ວງ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຊາດ, ຄວາມ​ເປັນ​ລະບຽບຂອງ​ສັງຄົມ​ແລະ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ. ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ໄດ້​ມີ​ການ​ປັບປຸງ​ຕໍ່​ການ​ຕີ​ຄວາມ​ໝາຍ​ຂອງ​ລັດທິ​ກໍ່​ການ​ຮ້າຍ​ແລະ​ອື່ນໆ, ​ແລະ​ໄດ້​ປັບປຸງ​ລະບຽບ​ການ​ແລະ​ມາດຕະການ​ຕ່າງໆ​ກ່ຽວ​ກັບ​ການ​ຕ້ານ​ລັດທິ​ກໍ່ການ​ຮ້າຍ​ໃຫ້​ສົມບູນ​ຂຶ້ນ, ​ເຮັດ​ໃຫ້​ມີ​ໂຄງ​ປະກອບ​ທີ່​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ​ແລະ​ມີ​ເນື້ອ​ໃນຄົບ​ຖ້ວນ​ຂຶ້ນ​ກວ່າ​ເກົ່າ. ຄະນະ​ປະຈຳ​ສະພາ​ແລະ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ໄດ້​ສະ​ເໜີ​ໃຫ້​ປັບປຸງ​ຮ່າງ​ກົດໝາຍ​ຕື່ມ​ອີກ​ບົນ​ພື້ນຖານ​ທີ່​ໄດ້ຮັບ​ເອົາ​ຄວາມ​ຄິດ​ເຫັນ​ຈາກ​ຝ່າຍ​ຕ່າງໆ, ​ເລັ່ງລັດ​ຂະ​ບວນການ​ອອກ​ນິຕິ​ບັນຍັດ, ​​ສະໜອງ​ສິ່ງ​ຮັບປະກັນ​ດ້ານ​ກົດໝາຍ​ໃຫ້​ແກ່​ວຽກ​ງານ​ເພີ່ມ​ທະວີ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ