ກອງທັບ​ລັດຖະບານ​ອູ​ແກຣນ​ເລີ່​ມຖອນອາວຸດ​ໜັກ​ອອກ​ຈາກ​ເຂດ​ທີ່​ເກີດ​ການ​ປະ​ທະ​ກັນ
2015-02-27 10:57:28  cri 

ວັນ​ທີ 26 ກຸມພາ​ນີ້, ​ເຈົ້າ​ໜ້າ​ທີ່​ທະຫານ​ອູ​ແກຣນປະກາດ​ວ່າ, ກອງທັບ​ລັດຖະບານ​ອູ​ແກຣນ​ໄດ້​ເລີ່​ມຖອນອາວຸດ​ໜັກ​ອອກ​ຈາກ​ເຂດ​ທີ່​ເກີດ​ການ​ປະ​ທະ​ກັນ​.

ຕອນ​ບ່າຍ​ວັນ​ທີ 26 ກຸມພາ​ນີ້, ທ່ານ​ອາ​ນາ​ໂຕ​ລີ ສະ​ເຕນມາກ, ​ໂຄສົກ​ກອງທັບ​ລັດຖະບານ​ອູ​ແກຣນກ່າວ​ໃນ​ກອງ​ປະ​ຊຸມຖະ​ແຫຼງຂ່າວ​ວ່າ, ກອງທັບ​ທີ່​ເຂົ້າ​ຮ່ວມ"ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ"ຂອງ​ອູ​ແກຣນ ​ໄດ້​ເລີ່​ມຖອນ​ປືນ​ໃຫຍ່​ອອກ​ຈາກ​ເຂດ​ທີ່​ເກີດ​ການ​ປະ​ທະ​ກັນ​ຢ່າງ​ໜ້ອຍ 25 ກິ​ໂລ​ແມັດ.

ວັນ​ທີ 26 ກຸ​ມພາ​ນີ້, ກ່ອນ​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ດັ່ງ​ກ່າວ, ກົມ​ໃຫຍ່​ເສນາ​ທິການ​ຂອງ​ກໍາລັງ​ປະກອບ​ອາວຸດ​ອູ​ແກຣນ​ໄດ້​ອອກ​ຖະ​ແຫຼ​ງການ​ຢູ່​ທາງ​ເວັບ​ໄຊ​ຂອງ​ກະຊວງ​ປ້ອງກັນ​ປະ​ເທດ​ອູ​ແກຣນວ່າ, ​ເພື່ອ​ປະຕິບັດ​ຕາມ​ສັນຍາ​ມິນ​ສ໌ກ໌ທີ່​ໄດ້​ບັນ​ລຸ​ໃນ​ວັນ​ທີ 12 ກຸ​ມພາ​ນີ້, ກອງທັບ​ລັດຖະບານ​ອູ​ແກຣນຈະຖອນປືນ​ໃຫຍ່​ທີ່​ມີຄວາມ​ກວ້າງ​ຂອງ​ຂະໜາດ​ປາກປືນ​ຫຼາຍ​ກວ່າ​ 100 ມີ​ລີ​ແມັດ​ອອກ​ຈາກ​ເຂດ​ທີ່​ເກີດ​ການ​ປະ​ທະ​ກັນ​ເລີ່​ມ​ແຕ່​ວັນ​ທີ 26 ກຸມພາ​ນີ້​ເປັນ​ຕົ້ນ​ໄປ. ນີ້​ແມ່ນ​ບາດ​ກ້າວທໍາ​ອິດ​ຂອງ​ການ​ຖອນ​ອາວຸດ​ໜັກ. ກອງທັບ​ລັດຖະບານ​ອູ​ແກຣນ​ໄດ້​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈົ່ງ​ຢຸດ​ຍິງ​ຢ່າງຮອບດ້​ານ ​ແລະ​ປະຕິບັດ​ຕາມ​ສັນຍາ​ດັ່ງກ່າວ. ຖ້າ​ຫາກ​ມີ​ຝ່າຍ​ໃດໆ​ກໍ່​ການ​ໂຈມ​ຕີ, ​ແຜນການ​ຖອນ​ອາວຸດ​ໜັກ​ຈະ​ຖືກ​ປ່ຽນ​ແປງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ