ຝ່າຍ​ຈີນ​ຫວັງ​ຢາກ​ໃຫ້​ຟິລິບ​ປິນປົກປ້ອງ​ສິດ​ແລະ​ຜົນ​ປະ​​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ວິ​ສາ​ຫະກິດ​ຈີນ​ທີ່ຢູ່​ຟິລິບ​ປິນຢ່າງ​ແທ້​ຈິງ
2015-02-27 11:13:34  cri 

ຕາມ​ສື່​ມວນ​ຊົນ​ຕ່າງປະ​ເທດ​ລາຍ​ງານ​ວ່າ, ​ເມື່ອ​ບໍ່​ດົນ​ມາ​ນີ້, ລັດ​ຖະມົນ​ຕີ​ວ່າການ​ກະ​ຊວງ​ພະ​ລັງ​ງານ​ຟິລິບ​ປິນກ່າວ​ວ່າ, ຍ້ອນ​ສາ​ເຫດ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ, ຟິລິບ​ປິນຈະ​ຢຸດຕິ​ການ​ໃຫ້​ວິ​ສາ​ຫະກິດ​ຈີນ​ເຂົ້າ​ຮ່ວມ​ການ​ດໍາ​ເນີນ​ທຸ​ລະ​ກິດ​ຂອງ​ບໍລິສັດເຄືອ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ​ຟິລິບ​ປິນ, ປັດຈຸບັນ, ວິສະວະກອນ​ຈີນ​ທີ່​ກໍາ​ລັງ​ເຮັດ​ວຽກ​ຢູ່ບໍລິສັດເຄືອ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ​ຟິລິບ​ປິນຈະ​ເດີນທາງ​ກັບ​ຄືນ​ຈີນ, ​ແຕ່​ບໍລິສັດ​ເຄືອ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ​ຈີນ​ຍັງ​ຖື​ເອົາ 40% ຂອງ​ຫຸ້ນ​ສ່ວນ​ບໍລິສັດເຄືອ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ​ຟິລິບ​ປິນ.

ວັນ​ທີ 26 ກຸ​ມພາ​ນີ້, ຢູ່​ນະຄອນຫຼວງປັກ​ກິ່ງ​ຂອງ​ຈີນ, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນກ່າວ​ຕອບ​ໂຕ້​ວ່າ, ​ໃນ​ປີ 2007, ວິ​ສາ​ຫະກິດ​ຂອງ​ຈີນ​ໄດ້​ຮັບສໍາ​ປະທານດໍາ​​ເນີນ​ທຸລະ​ກິດ​ເປັນ​ເວລາ 25 ປີ​ຂອງບໍລິສັດເຄືອ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ​ຟິລິບ​ປິນ​​ດ້ວຍ​ການ​ເຂົ້າ​ຮ່ວມ​ການປະມູນ ​ເຊິ່ງ​ໄດ້ປະກອບ​ສ່ວນ​ອັນ​ສໍາຄັນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພະລັງງານ​ໄຟຟ້າ​ຂອງ​ຟິລິບ​ປິນ. ຫວັງວ່າ​ຝ່າຍ​ຟິລິບ​ປິນຈະ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງໃຫ້​ດີ​ຢ່າງທ່ຽງ​ທໍາ ​ແລະ​ຍຸຕິ​ທໍາ, ປົກປ້ອງສິດ​ແລະ​ຜົນ​ປະ​​ໂຫຍ​ດ​ທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ວິ​ສາ​ຫະກິດ​ຈີນ​ທີ່ຢູ່​ຟິລິບ​ປິນຢ່າງ​ແທ້​ຈິງ ​ເພື່ອ​ສ້າ​ງສະພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່ບັນ​ດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃນ​ການ​ໄປ​ລົງທຶນ​ຢູ່​ຟິລິບ​ປິນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ