​ໄຂ​ກອງ​ປະຊຸມ​ເວທີ​ປຶກສາ​ຫາ​ລື​ອາຊີ​​ໂປ​ອາວ​ປີ 2015
2015-03-26 19:56:08  cri 

ວັນ​ທີ 26 ມີນາ​ນີ້, ກອງ​ປະຊຸມ​ເວທີ​ປຶກສາ​ຫາ​ລື​ອາຊີ​​ໂປ​ອາວ​ປີ 2015 ​ໄດ້​ໄຂຂຶ້ນ​ຢູ່​ເມືອງ​​ໂປ​ອາວ ​ແຂວງ​ໄຫ​ຫຼໍາຂອງ​ຈີນ. ​ໃນ​ພິທີ​ເປີດກອງ​ປະຊຸມ​ໃນ​ຄັ້ງ​ນີ້, ທ່ານສີ​ຈິ້ນຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວປາຖະກະຖາພາຍ​ໃຕ້​ຫົວ​ຂໍ້ຫຼັກ.

ກອງ​ປະຊຸມ​ເວທີ​ປຶກສາ​ຫາ​ລື​ອາຊີ​​ໂປ​ອາວ​ໄດ້​ສ້າງ​ຕັ້ງ​ເວທີ​ປຶກສາ​ຫາລື​ສາຂາ"​ປະຊາ​ຄົມ​ອາ​ຊຽນ:ຈຸດ​ເລີ່​ມ​ໃໝ່​ການ​ຂອງ​ການ​ເຊື່​ອມ​ໂຍງ​ເຂົ້າກັນ". ຕາມ​ຂ່າວ​ແຈ້ງວ່າ, ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​ກ່າວປາຖະກະຖາ​ກ່ຽວ​ກັບ​ປະຊາ​ຄົມ​ອາ​ຊຽນ. ທ່ານອັບ​ດູນລາ ບາ​ດາ​ວີ, ອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ ​ແລະບຸກຄົນ​ສໍາຄັນ​ທາງ​ການ​ເມືອງຫຼາຍ​ທ່ານ ຈະ​ຮ່ວມ​ກັນຄົ້ນ​ຄວ້າ ​ແລະ​ປຶກສາ​ຫາລືກ່ຽວ​ກັບ​ໂອ​ກາດ ​ແລະ​ສິ່ງ​ທ້າ​ທາຍ​ທີ່​ປະຊາ​ຄົມ​ອາ​ຊຽນກໍາລັງ​ປະ​ເຊີນ​ໜ້າ.

ຫົວ​ຂໍ້​ຫຼັກ​ຂອງ​ກອງ​ປະຊຸມ​ໃນ​ປີນີ້​ແມ່ນ"ປະຊາ​ຄົມ​ຮ່ວມ​ຊາຕາ​ກໍາ​ອາ​ຊີ", ຫົວ​ຂໍ້​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ປີນີ້ກ່ຽວ​ພັນ​ເຖິງ​ເສດ​ຖະກິດ​ມະຫາ​ພາກ, ການ​ຮ່ວມ​ມື​ຂອງພາກ​ພື້ນ, ການ​ຫັນປ່ຽນ​ຮູບ​ແບບ​ຂອງ​ຂະ​ແໜງ​ການ, ການ​ປະດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີ, ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ສັງ​ຄົມ ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ລວມ​ໄດ້​ຈັດ​ຕັ້ງ​ການ​ປຶກສາ​ຫາລື​ຈໍານວນ 77 ຄັ້ງ​ຢ່າງ​ເປັນ​ທາງ​ການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ