ສ້າງ​ພື້ນຖານ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃຫ້​ດີ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງຈີນ​ກັບ​ອາ​ຊຽນ​ເດີນ​ໄປ​ໜ້າ​ຢ່າງ​ໝັ້ນທ່ຽງ​ແລະ​ຍາວ​ໄກ​ກວ່າ​ເກົ່າ
2015-03-29 17:37:16  cri 
ວັນ​ທີ 28 ມີນາ​ນີ້, ທ່ານ​ວັງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ເວທີ​ປຶກສາ​ຫາລື​ທີ່​ມີ​ຫົວ​ຂໍ້​ວ່າ "ປະຊາ​ຄົມ​ອາ​ຊຽນ: ຈຸດ​ເລີ່​ມຕົ້ນ​ໃໝ່​ແຫ່ງ​ການ​ຫັນ​ເປັນອັນ​ໜຶ່ງ​ອັນດຽວ​ກັນ"​ ​ໃນ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ ​ໂດຍ​ກ່າວ​ເນັ້ນວ່າ, ຕ້ອງສ້າງ​ພື້ນຖານຂອງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ທາງ​ການ​ເມືອງ​ແລະຄວາມ​ໝັ້ນຄົງໃຫ້​ດີ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງຈີນ​ກັບ​ອາ​ຊຽນ​ເດີນ​ໄປ​ໜ້າ​ຢ່າງ​ໝັ້ນທ່ຽງ​ແລະ​ຍາວ​ໄກ​ກວ່າ​ເກົ່າ. ທ່ານ​ຊີ້​ອອກ​ວ່າ, ຈີນ​ຍິນ​ດີ​ຕັ້ງໜ້າ​ຊຸກຍູ້​ຂະ​ບວນກາ​ນ​ເຊັນ "ສັນຍາ​ການ​ຮ່ວມ​ມື​ແລະມີ​ໄມຕີ​ຈິດມິດຕະພາບ​​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່ດີ​ຕໍ່​ກັນ​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ", ສະໜອງ​ການ​ຮັບປະກັນ​ຈາກ​ດ້ານ​ກົດໝາຍ​ແລະ​ລະບຽບການທີ່​ແຂງ​ແຮງ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ຈັດ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ລະດັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ຈີນ​ເປັນ​ເທື່ອ​ທຳ​ອິດ​ໃຫ້​ດີ, ຕັ້ງໜ້າສົ່ງ​ເສີມທັດສະນະ​ຄວາມໝັ້ນຄົງ​ທີ່​ຮ່ວມກັນ, ​ແບບ​ສັງ​ລວມ, ຮ່ວມ​ມື​ກັນ​ແລະ​ຍືນ​ຍົງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ຄວາມ​ປອດ​ໄພ​ໃນ​ຂົງ​ເຂດ​ດັ້ງ​ເດີມ​ແລຂົງ​ເຂດ​ໃໝ່, ອຳນວຍ​ຜະລິດ​ຕະພັນດ້ານ​ຄວາມ​ໝັ້ນຄົງຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ພາກ​ພື້ນ​ແຫ່ງ​ນີ້. ພວກ​ຂ້າພະ​ເຈົ້າຍິນ​ດີ​ອີງ​ຕາມ "​ແນວຄິດສອງ​ແລວ​ທາງ" ທີ່​ຈີນ​ແລະ​ປະ​ເທດ​ສ່ວນ​ຫຼາຍ​ໃນ​ອາ​ຊຽນລ້ວນ​ແຕ່ຮັບ​ເຫັນ​ດີ​ນຳ​ກັນນັ້ນ, ຍຶດໝັ້ນ​ແກ້​ໄຂ​ຄວາມຂັດ​ແຍ່ງ​ກັນ​ຈຳນວນ​ໜຶ່ງທີ່​ຕົກ​ຄ້າງ​ມາ​ແຕ່​ປະຫວັດສາດ​ໃຫ້​ເໝາະ​ສົມດ້ວຍສັນຕິ​ວິທີ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້​ໃຫ້​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ