ເປີດຕົວສູນການຄ້າແລະທ່ອງທ່ຽວວຽງຈັນສາກົນ
2015-03-29 15:56:07  cri 


(ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານກວນຫົວປິນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສປ ຈີນ ປະຈຳສປປ ລາວ ແລະຕົວແທນຈາກລັດຖະບານແລະບັນດານັກທຸລະກິດຈຳນວນຫຼາຍກວ່າ 600 ຄົນເຂົ້າຮ່ວມເຂົ້າຮວມພິທີເປີດວຽງຈັນເຊັນເຕີ)






ວັນທີ28 ມີນາ 2015, ສູນການຄ້າແລະທ່ອງທ່ຽວວຽງຈັນສາກົນຫລື ສູນການ ຄ້າວຽງຈັນເຊັນເຕີໄດ້ເປີດຕົວເປັນຢ່າງຍິ່ງໃຫຍ່, ເຂົ້າຣ່ວມພິທີເປີດ ຕົວຂອງສູນການຄ້າວຽງຈັນເຊັນເຕີໃນຄັ້ງນີ້ມີ ທ່ານສົມສະຫວາດເລັ່ງສະ ຫວັດ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານກວນຫົວປິນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສປ ຈີນ ປະຈຳສປປ ລາວ ແລະຕົວແທນຈາກລັດຖະບານແລະບັນດານັກທຸລະກິດຈຳນວນຫຼາຍກວ່າ 600 ຄົນເຂົ້າຮ່ວມ.

ສູນການຄ້າວຽງຈັນເຊັນເຕີແມ່ນໂຄງການທີ່ບໍລິສັດລົງທຶນຕ່າງປະເທດແຂວງຢຸນນານຈຳກັດແລະບໍລິສັດກຮິດຕະພົງກຣຸບຈຳກັດ ຮ່ວມກັນລົງທຶນ ກໍ່ສ້າງ, ໄລຍະທຳອິດຂອງ​ໂຄງການ​ນີ້ຈະສະໜອງການຈ້າງງານ ໂດຍກົງໃຫ້ ແກ່ ສປປ ລາວຈຳນວນ 300 ກວ່າຕຳແໜ່ງ,ນຳພາການພັດທະນາ ແລະປັບປຸງຂອງຂະແໜງການທີ່ກ່ຽວຂ້ອງ, ເປັນໝາກຜົນແຫ່ງການໄປມາ ຫາສູ່ກັນ ທີ່ມີ​ໄມຕີ​ຈິດມິດຕະພາບແລະການຮ່ວມມືທີ່ມີຄວາມຈິງໃຈລະ ຫວ່າງສອງປະ ເທດລາວ-ຈີນ

ພາຍຫຼັງພິທີ​ເປີດ, ທ່ານກວນຫົວປິນ ເອກອັກຄະລັດຖະທູດຈີນປະຈຳ ລາວໃຫ້ສຳພາດຕໍ່ນັກຂ່າວ CRI ວ່າ, ສູນກາງຄ້າວຽງຈັນເຊັນເຕີແມ່ນບໍລິ ສັດຂອງສອງປະເທດຈີນ-​ລາວຮ່ວມກັນພັດທະນາ ໂດຍພາຍໃຕ້ຄວາມ ເອົາໃຈໃສ່ແລະການສະໜັ ບສະໜູນຂອງລັດຖະບານສອງປະເທດ, ພາຍ ຫຼັງສູນການຄ້າວຽງຈັນເຊັນເຕີສ້າງສຳເລັດແລ້ວ, ຈະມີຜົນດີຊ່ວຍໃຫ້ຍົກລະ ດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ສູງຂຶ້ນ. ພ້ອມກັນນັ້ນ, ກໍຫວັງຢາກໃຫ້ ການຮ່ວມມືທາງເສດຖະກິດການຄ້າລະຫວ່າງສອງ ປະເທດຈີນ-​ລາວຈະໄດ້ ຮັບຜົນສຳເລັດທີ່ໃຫຍ່ກວ່າເກົ່າ.

ສູນການຄ້າວຽງຈັນເຊັນເຕີ ແມ່ນສູນການຄ້າຄົບວົງຈອນອັນດັບໜຶ່ງ ແລະເປັນແຫ່ງທີໜຶ່ງຂອງລາວ,ຈະມອບປະສົບການຈັບຈ່າຍໃຊ້ສອຍສິນຄ້າທີ່ດີທີ່ສຸດໃຫ້ແກ່ປະຊາຊົນລາວ. ​ເຊິ່ງໄດ້ສຳເລັດໃນການນຳເຂົ້າສິນຄ້າຍີ່ຫໍ້ຊື່ ດັງລະດັບໂລກ, ມາຮອດປັດຈຸບັນ, ພໍ່ຄ້າ​ຈາກລາວ,ສິງກະໂປ, ສ.ເກົາຫຼີ, ຮົງກົງ, ໄທ, ​ແຜ່ນດິນ​ໃຫຍ່ຈີນ, ອິນໂດເນເຊຍ, ຫວຽດນາມແລະອື່ນໆ​ໄດ້​ເຂົ້າ​ມາ​ເປີດ​ຮ້ານ​ຄ້າ​ຢູ່​ສູນ​ການ​ຄ້າ​ແຫ່ງ​ນີ້.

1 2 3 4 5 6
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ