ປະທານ​ປະ​ເທດ​ຈີນ​ພົບ​ປະ​ເຈລະຈາ​ກັບ​ປະທານາທິບໍດີ​ຊຳ​ບີ
2015-03-30 16:57:54  cri 

ວັນ​ທີ 30 ມີນາ​ນີ້ ຢູ່​ທີ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເອັດ​ກາ ລຸນ​ກູ ປະທານາທິບໍດີ​ຊຳ​ບີ.ກ່ອນການພົບປະເຈລະຈາ, ທ່ານສີຈິ້ນຜິງໄດ້ຈັດພິທີຢ່າງສົມກຽດເພື່ອຕ້ອນຮັບທ່ານເອັດກາ ລຸນກູ ພ້ອມພັນລະຍາທີ່ໄດ້ເດີນທາງມາຢ້ຽມຢາມຈີນ.

ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ວັນ​ທີ 30 ມີນາ​ນີ້ ຢູ່​ທີ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເອັດ​ກາ ລຸນ​ກູ ປະທານາທິບໍດີ​ຊຳ​ບີ. ປະມຸກ​ລັດ​ທັງ​ສອງ​ປະ​ເທດ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ຄິດຄວາມ​ເຫັນ​ກ່ຽວ​ກັບ​ສາຍ​ພົວພັນ​ຈີນ-ຊຳ​ບີ,ສະຖານະ​ການ​ອາ​ຟຣິກກາ, ການ​ຮ່ວມ​ມື​ຈີນ-ອາ​ຟຣິກກາ​ແລະ​ບັນຫາ​ອື່ນໆ, ​ເຊິ່ງທ່ານ​ທັງ​ສອງ​ໄດ້​ເປັນ​ເອກະສັນ​ກັນ​ຢືນຢັນ​ວ່າ ມິດຕະພາບ​ຈີນ-ຊຳ​ບີ​ເປັນ​ທາງ​ເລືອກ​ແຫ່ງຊາຕາກຳ​ຮ່ວມ​ກັນຂອງ​ສອງ​ຝ່າຍ, ສອງ​ປະ​ເທດ​ຄວນ​ຖະໜຸຖະ ໜອມ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ຊຳ​ບີ, ກຳ​ແໜ້ນ​ທິດ​ທາງ​ລວມມິດຕະພາບ​ຈີນ-ຊຳ​ບີ, ລົງ​ເລິກ​ການຮ່ວມມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ໃຫ້​ດີກ​ວ່າ​ເກົ່າ.

ຫຼັງ​ການ​ພົບ​ປະ, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ໃຫ້​ກຽດ​ຮ່ວມ​ກັນ​​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ເສດຖະກິດ​ເຕັກນິກ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ສື່ສານ​ແລະ​ອື່ນໆ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ