ຮອງ​ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມັດຊາ​ສະຫະພັນ​ສະພາ​ບັນດາ​ປະ​ເທດ​ຄັ້ງ​ທີ 132
2015-03-30 17:22:02  cri 
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ 27 ຫາ​ວັນ​ທີ 30 ມີນາ​ນີ້, ທ່ານ​​ເສິນ​ຈູ ຮອງ​ປະທານ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ນຳພາ​ຄະນະ​​ເດີນທາງ​ໄປ​ເຂົ້າ​ຮ່ວມກອງ​ປະຊຸມ​ສະມັດຊາ​ສະຫະພັນ​ສະພາ​ບັນດາ​ປະ​ເທດ​ຄັ້ງ​ທີ 132 ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ.

ທ່ານ​​ເສິນ​ຈູຢືນຢັນ​ວ່າ ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ຮ່ວມ​ກັບ​ອົງການ​ນິຕິບັນຍັດ​ຂອງ​ບັນດາ​ປະ​ເທດ​​ເພື່ອ​ຮ່ວມ​ກັນ​ສ້າງ​ໂລກ​ທີ່​ກົມກຽວ​ປອງ​ດອງ​ກັນ ​ເຊິ່ງ​ເສດຖະກິດ​ມີ​ການ​ພັດທະນາ, ສັງຄົມ​ມີ​ຄວາມ​ຍຸດຕິ​ທຳ​ແລະ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ.

ໃນ​ລະຫວ່າງ​ດຳ​ເນີນ​ກອງ​ປະຊຸມ, ທ່ານ​ເສິນ​ຈູ​ໄດ້​ພົບ​ປະ​ກັບ​ທ່ານ ໂຈ​ດູຣີ ນີຊາຣ ອາລີ ຄານ ​ ປະທານ​ສະຫະພັນ​ສະພາ​ບັນດາ​ປະ​ເທດ ​ແລະ​ທ່ານ​ມາ​ຕິນ ຊົນ​ກົງ ​ເລຂາທິການ​ໃຫຍ່​ສະຫະພັນ​ສະພາ​ບັນດາ​ປະ​ເທດ, ​ແລະຍັງ​ໄດ້​ພົບ​ປະ​ກັບທ່ານ​ຫງວຽນ​ຊິນ​ຮົງ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ​ຜູ້​ແທນ​ຂອງ​ຫຼາຍ​ປະ​ເທດ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ເຊັ່ນ​ປາ​ກີ​ສະຖານ, ຣັດ​ເຊຍ​ແລະ​ເວ​ເນ​ຊູ​ແອ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ