ເຈົ້າ​ໜ້າ​ທີ່​ຈີນ​ກ່າວ​ວ່າ ການ​ບັນລຸ​ສັນຍາ​ຮອບດ້ານ​ວ່າ​ດ້ວຍ​ບັນຫາ​ນີວ​ເຄລຍອີຣານຕ້ອງການ​ໃຫ້​ຝ່າຍ​ຕ່າງໆ​ກຳ​​ແໜ້ນ​ໂອກາດ​ແລະ​ສະ​ແດງ​ໃຫ້​ເຫັນ​ຄວາມ​ພິກ​ໄຫວ
2015-03-30 18:55:14  cri 
ຕາມ​ຂ່າວ CRI ລາຍ​ງານ​ວ່າ: ​ແຕ່​ວັນ​ທີ 28 ຫາ​ວັນ​ທີ 29 ມີ​ນາ​ນີ້, ຜູ້​ແທນ​ຂອງ​ເຢຍລະ​ມັນ, ຝະຣັ່ງ, ຈີນ, ຣັດ​ເຊຍ, ອັງກິດ​ແລະ​ສະຫະ ພາບ​ເອີຣົບ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນ​ໂລ​ຊັນ​ແຫ່ງ​ປະ​ເທດ​ສະ​ວິສຕາມລຳດັບ​ເພື່ອ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ຮອບດ້ານ​ວ່າ​ດ້ວຍ​ບັນຫາ​ນີວ​ເຄລຍຂອງ​ອີຣານ. ວັນ​ທີ 30 ມີນາ​ນີ້, ທ່ານ​ນາງ​ຮວ້າຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ໃຫ້​ທັດສະນະ​ຢູ່​ທີ່​ນະຄອນ ຫຼວງ​ປັກ​ກິ່ງ​ວ່າ, ສະຖານະ​ການ​ເຈລະຈາ​ໃນ​ປັດຈຸບັນ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ທີ່​ດີ, ຫວັງ​ວ່າ​ຝ່າຍ​ຕ່າງໆ​ຈົ່ງ​ກຳ​ແໜ້ນ​ໂອກາດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ພິກ​ໄຫວ ​ເພື່ອ​ບັນລຸ​ສັນຍາ​ຮອບດ້ານ​ໂດຍ​ໄວ.

ທ່ານ​ນາງ​ຮວ້າຊຸນ​ຢິງກ່າວ​ວ່າ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ນະຄອນ​ໂລ​ຊັນ​ແຫ່ງ​ປະ​ເທດ​ສະ​ວິສ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ 6 ປະ​ເທດ​ກ່ຽວ​ກັບ​ບັນຫາ​ນີວ​ເຄລຍອີຣານ ​ເຊິ່ງ​ໄດ້​ລົງ​ເລິກ​ປຶກສາ​ຫາລື​ກັບ​ ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ບັນດາ​ປະ​ເທດ​ກ່ຽວ​ກັບ​ບັນຫາ​ສຳຄັນ​ທີ່​ການ​ເຈລະຈາ​ກຳລັງປະ​ເຊີນ​ໜ້າ​ໃນ​ປັດຈຸບັນ. ຝ່າຍ​ຈີນ​ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆທີ່ກ່ຽວຂ້ອງ​ອອກ​ແຮງ​ຊຸກຍູ້​ການ​ເຈລະຈາ​ບັນຫາ​ນີວ​ເຄລຍອີຣານ​ໃຫ້​ແຕກ​ດອກ​ອອກ​ຜົນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ