ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນວ່າ ນະ​ໂຍບາຍ​ຕໍ່​ທຶນ​ຕ່າງປະ​ເທດ​ຂອງ​ຈີນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ
2015-03-30 15:55:05  cri 

ວັນ​ທີ 29 ມີນາ​ນີ້ ທີ່​ແຂວງ​ໄຫຫຼຳຂອງ​ຈີນ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້ພົບ​ປະ​ແລກປ່ຽນ​ກັບນັກທຸລະກິດ​ຈີນ​ແລະ​ຕ່າງປະ​ເທດ​ທີ່​​​ເຂົ້າຮ່ວມກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວປະຈຳ​ປີ 2015, ​ໂດຍ​ມີ​ນັກທຸລະກິດ​ຈີນ​ແລະ​ຕ່າງປະ​ເທດ​ຈຳນວນ 40 ຄົນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສົນທະນາ​ໃນ​ຄັ້ງນີ້.

ທ່ານ​ສີ​ຈິ້ນ​ຜິ​ງ ຊີ້​ອອກ​ວ່າ: ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ​ໄດ້​ຫັນປ່ຽນ​ໄປ​ສູ່​ໄລຍະ​ທີ່​ຮູບ​ແບບ​ມີລະດັບ​ສູງ​ກວ່າ​ເກົ່າ, ການ​ແບ່ງ​ງານ​ສັບສົນ​ກວ່າ​ເກົ່າ ​ແລະ ອົງ​ປະກອບ​ຍິ່ງ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ, ນີ້​ກໍ່​ແມ່ນ​ຈຸດ​ເລີ່​ມຕົ້ນ​ຂອງຈີນ​ໃນການ​ເຮັດ​ວຽກ​ທາງ​ດ້ານ​ເສດຖະກິດ​ໃຫ້​ດີ. ​ໃນ​ພາວະ​ປົກກະຕິ​ອັນ​ໃໝ່ນີ້, ຢາກ​ຈະ​ບັນລຸ​ການ​ພັດທະນາ​ຄັ້ງ​ໃໝ່ ​ແລະ ມີ​ການ​ບຸກທະລຸ​ອັນ​ໃໝ່, ສິ່ງ​ທີ່​ເປັນ​ເຄັບ​ລັບ​ແຫ່ງ​ໄຊ​ຊະນະ​ແມ່ນ​ຕ້ອງ​ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ, ​ແລະ​ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ຢ່າງຮອບດ້ານ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນວ່າ: ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ໄດ້​ເຂົ້າສູ່​ພາວະ​ປົກກະຕິ​ອັນ​ໃໝ່, ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ​ກັບ​ພາຍ​ນອກ​ກໍ່ຍົກ​ລະດັບ​ສູງຄຽງຄູ່​ກັນ, ນີ້​ໝາຍ​ຄວາມ​ວ່າ​ຈະ​​ເປັນ​ການສ້າງ​ໂອກາດ​ຮ່ວມ​ມືອັນ​ໃໝ່​ໃຫ້​ແກ່​​ປະ​ເທດຕ່າງໆ ​ແລະ ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ. ຈີນ​ຈະ​ນັບ​ມື້​ນັບເປີດ​ປະຕູ​ຕໍ່​ໂລກ​ພາຍ​ນອກ, ນະ​ໂຍບາຍ​ການ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ຂອງ​ຈີນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ, ການ​ຮັບປະກັນ​ຕໍ່​ສິດ​ແລະ​ຜົນ​ປ​ະ​ໂຫຍດອັນ​ຊອບ​ດ້ວຍ​ກົດໝາຍ​ຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ ​ແລະ ທິດ​ທາງ​ທີ່​ສະໜອງ​ການບໍລິການ​ທີ່​ດີກ​ວ່າ​ເກົ່າ​ໃຫ້​ແກ່​ວິ​ສາ​ຫະກິດ​ປະ​ເທດ​ຕ່າງໆ​ທີ່​ມາ​ລົງທຶນ​ຢູ່​ຈີນ​ນັ້ນກໍ່​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​​ເຊັ່ນ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ