ນັກ​ການ​ເມືອງຜູ້ສຳຄັນ​ຂອງຫຼາຍປະ​ເທດ​ເຂົ້າຮ່ວມ​ການ​ແຫ່ຂະ​ບວນຕ້ານ​ລັດທິ​ກໍ່​ການ​ຮ້າຍ​ຕຸ​ຍນີຊີ
2015-03-30 15:59:53  cri 

​ເພື່ອ​ລະນຶກ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ບາ​ໂດ ​ແລະ​ເປັນ​ການ​ອອກສຽງ​ສະໜັບສະໜູນ​ຕຸຍ​ນີຊີ​ໃນ​ການ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ນັກ​ການ​ເມືອງຫຼາຍປະ​ເທດ ​ເຊັ່ນ ທ່ານ​ຟຣັງຊົວ ​ອໍ​ລອງ, ປະທານາທິບໍດີ​ຝຣັ່ງ, ທ່ານມາ​ຮ໌ມຸດ ​ອັບ​ບັສປະທານາທິບໍດີ​ປາ​ເລັສຕິນ ​ແລະ​ອື່ນໆ ​ໄດ້​ເຂົ້າຮ່ວມ​ການ​ແຫ່ຂະ​ບວນຕ້ານ​ລັດທິ​ກໍ່​ການ​ຮ້າຍ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງຂອງ​ຕຸຍ​ນີຊີ​ໃນ​ວັນ​ທີ 29 ມີນາ​ນີ້​.
ຕອນ​ເຊົ້າມື້ນັ້ນ, ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ເບ​ຈີ ​​ເຊ​ອິດ ​ເອຊິບຣີ, ປະທານາທິບໍດີ​ຕຸຍ​ນີຊີ, ປະຊາຊົນ​ຕຸຍ​ນີຊີຫຼາຍພັນ​ຄົນ​ພ້ອມ​ດ້ວຍ​ນັກ​ການ​ເມືອງຜູ້​ສຳຄັນ​ຂອງຫຼາຍປະ​ເທດ​ທີ່​ໄປ​ອອກສຽງ​ສະໜັບສະໜູນ​ຕຸຍ​ນີຊີ ​ໄດ້​ເດີນຂະ​ບວນຈາກ​ເຂດ​ຖະໜົນ​ບັບ ຊາ​ອາ​ດຸນ ມຸ່ງ​ໜ້າ​ໄປ​ສູ່​ຫໍພິພິທະພັນ​ບາ​ໂດ​ທີ່ຢູ່​ກາງ​ເມືອງ.

ພາຍຫຼັງຖັນ​ແຖວ​ແຫ່ຂະ​ບວນ​ເດີນທາງ​ໄປ​ຮອດ​ຫໍພິພິທະ​ພັນ​ບາ​ໂດ​ແລ້ວ, ທ່ານ​ເບ​ຈີ ​ເຊ​ອິດ ​ເອຊິບຣີ, ປະທານາທິບໍດີ​ຕຸຍ​ນີຊີ ກໍ​ໄດ້​ເປັນ​ປະທານ​ຈັດ​ພິທີ​ເພື່ອ​ລະນຶກ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ, ​ແ​ລະ​ເປີດ​ອະນຸສາວະລີ​ທີ່​ສະຫຼັກຊື່​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ. ທ່ານ​​ເອຊິບຣີ ກ່າວ​ວ່າ: ການ​ແຫ່​ຂະບວນຂະໜາດ​ໃຫຍ່​ຄັ້ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ຕຸຍ​ນີຊີ​ຈະ​ບໍ່​ອ່ອນ​ຍອມ​ຕໍ່​ລັດທິ​ກໍ່​ການ​ຮ້າຍຢ່າງ​ເດັດຂາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ