ມາ​ເລ​ເຊຍຈະປະຕິບັດ​ນະ​ໂຍບາຍ​ອາກອນບໍລິ​​ໂພ​ກ​​ເລີ່​ມແຕ່​ວັນ​ທີ 1 ​ເມສາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ
2015-03-30 17:14:56  cri 
​​ເລີ່​ມແຕ່​ວັນ​ທີ 1 ​ເມສາ​ໜ້າ​ນີ້​ເປັນ​ຕົ້ນ​ໄປ, ມາ​ເລ​ເຊຍ​ຈະ​ປະຕິບັດ​ນະ​ໂຍບາຍ​ອາກອນບໍລິ​ໂພ​ກ. ຫວ່າງ​ມໍ່​ໆ​ມາ​ນີ້, ຜູ້​ບໍລິ​ໂພ​ກຈຳນວນ​ຫຼວງ​ຫຼາຍ​ໄດ້ພາກັນ​ໄປ​ຍາດ​ຊື້​ນົມ​ຝຸ່ນ​ສຳ​ລັບ​ເດັກນ້ອຍ, ​ເຄື່ອງ​ໃຊ້​ອະ​ນາ​ໄມ, ​ເຂົ້າສານ​, ກາ​ເຟ​ແລະ​ອື່ນໆ; ​ແຕ່ນົມ​ຝຸ່ນ​ສຳລັບ​ເດັກນ້ອຍ ​ແລະ ​ເຂົ້າສານບໍ່​​ໄດ້​ເກັບອາກອນ​, ລາຄາ​ຂອງ​ສິນຄ້າ​ສອງ​ປ​ະ​ເພດ​ດັ່ງກ່າວ​ຈະ​ບໍ່​ຖືກ​ຜົນ​ກະທົບ​ຈາກ​ອາກອນ​ບໍລິ​ໂພ​ກ.

ຕາມ​ໜັງສືພິມຊິນ​ໂຈ Chew Daily ຂອງ​ມາ​ເລ​ເຊຍ​ລາຍ​ງານ​ວາ: ສິນຄ້າ​ທີ່​ມີ"ອັດຕາ​ປອດ​ພາສີ"​​ແລະ​ສິນຄ້າ​ທີ່​ຖືກ​ເກັບອາກອນຈຳໜ່າຍ 10% ​ໃນ​ປະຈຸ​ບັນນັ້ນ, ຕົວຢ່າງ​ຄື​ລາຄາ​ຂອງເຄື່ອງ​ໃຊ້​ໄຟ​ຟ້າ, ມັນ​ຈະ​ບໍ່​ສູງ​ຂຶ້ນ​ພາຍຫຼັງ​ຈັດ​ຕັ້ງ​ປະຕິບັດ​ອາກອນບໍລິ​ໂພ​ກ, ​ແຕ່​ກົງ​ກັນ​ຂ້າມ​ອາດ​ຈະ​ຫຼຸດ​ລາຄາ. ປະຈຸ​ບັນ, ອາຫານ​ປະ​ເພດກະປ໋ອງຖືກ​ເກັບ​ອາກອນຈຳໜ່າຍ 5%, ພາຍຫຼັງ​ອາກອນບໍລິ​ໂພ​ກ​ໄດ້​ທົດ​ແທນ​ເອົາອາກອນ​ຈຳໜ່າຍ​ແລ້ວ, ຈັງຫວະ​ລາຄາ​ເພີ່ມ​ຂຶ້ນ​ກໍ່​ຈະ​ຢູ່​ໃນ​ລະດັບ​ຕ່ຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ