ທີ​ມ​ບານ​ເຕະ​ໂອ​ລິ​ມປິກ​ແຫ່ງ​ຊາດ​ຈີນ​ຊະນະ​ທີ​ມສິງກະ​ໂປ​ດ້ວຍ​ຄະ​ແນນ 5 ປະຕູຕໍ່ 0 ​ໃນການ​​ແຂ່ງຂັນຮອບ​ຄັດ​ເລືອກ​​ເຂດ​ອາຊີ​ຂອງ​ງານ​ກິລາ​ໂອ​ລິ​ມປິກຣີ​ໂອ​ເດີ​ຊາ​ເນ​ໂລ
2015-03-30 17:15:59  cri 
ຕອນ​ບ່າຍ​ວັນ​ທີ 29 ມີນາ​ນີ້​, ການ​ແຂ່ງຂັນຮອບ​ຄັດ​ເລືອກ​ຊີງຂັນ​ອາຊີ U23 ​ຂອງກຸ່ມ J ​ໃນການ​ແຂ່ງຂັນຮອບ​ຄັດ​ເລືອກ​​ເຕະບານ​ໃນ​ງານ​ກິລາ​ໂອ​ລິ​ມປິກຣີ​ໂອ​ເດີ​ຊາ​ເນ​ໂລ​ໄດ້​ດຳ​ເນີນ​ການ​ແຂ່ງຂັນ​​ເອົາ​ຊະນະ​ຮອບ​ທີ 2 ຢູ່​ທີ່​ສະໜາມກິລາ​ແຫ່ງ​ຊາດນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ, ທີ​ມ​ບານ​ເຕະຊຸດໂອ​ລິ​ມປິກ​ແຫ່ງ​ຊາດ​ຈີນລົງ​ແຂ່ງຂັນ​ກັບ​ທີ​ມສິງກະ​ໂປ​ຊຶ່ງ​ເປັນ​ຄູ່​ແຂ່ງຂັນຄັ້ງ​ທີ​ສອງ​ໃນ​ການ​ແຂ່ງຂັນຂອງ​ກຸ່ມ​ນີ້, ທີ​ມ​ບານ​ເຕະ​ໂອ​ລິ​ມປິກ​ແຫ່ງ​ຊາດ​ຈີນ​​ສາມາດ​ເອົາຊະນະ​ທີ​ມສິງກະ​ໂປ​​ໄປ​ໄດ້​ຢ່າງ​ງາມດ້ວຍ​ຄະ​ແນນ 5 ປະຕູຕໍ່ 0, ປະຈຸ​ບັນ, ທີ​ມ​ຊາດຂອງຈີນ​ໄດ້​ຮັບ​ໄຊຊະນະ 2 ນັດ​ລວດ​ໃນ​ການ​ແຂ່ງຂັນ​ສອງ​ຮອບ, ມີ​ 6 ຄະ​ແນນ​ແລະ​ຢູ່​ໃນອັນ​ດັບ​ໜຶ່ງຂອງ​ກຸ່ມ J , ຄວາມ​ອາດ​ເປັນ​ໄປ​ໄດ້​ໃນ​ການ​ເດີນສາຍ​ພັດທະນາ​​ໄປ​ໃນ​ແງ່​ດີ.

ອີງ​ຕາມກະຕິ​ກາ​ແລ້ວ, ຖ້າທີ​ມ​ບານ​ເຕະຂອງ​ຈີນ​ໄດ້​ເປັນ​ອັນ​ດັບ 1 ​ໃນ​ກຸ່ມ J , ຫຼື​ກາຍ​ເປັນ​ອັນ​ດັບ​ທີ 2 , ໃນ​ທີ​ມທີ່​ໄດ້​ຮັບຄະ​ແນນ​ທີ່ດີ​ທີ່​ສຸດຂອງ 5 ທີ​ມ​ໃນ​ຈຳນວນ 10 ກຸ່ມ, ຈະ​ໄດ້​ຮັບ​ຄຸນ​ວຸດ​ທິ​ໃນ​ການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຮອບ​ຊີງ​ຊະນະ​ເລີດ U23 ຂອງສະຫະພັນ​​ເຕະບານ​ອາຊີ​ຫຼື AFC ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງກອນ​ຂອງ​ປີ 2016, ສ່ວນ​ທີ​ມທີ່​ໄດ້​ຮັບການຈັດ​ອັນດັບ 3 ​​ແຖວໜ້າ​ຂອງ​ການ​ແຂ່ງຂັນ​ຮອບ​ຊີ​ງຊະນະ​​ເລີດ​ດັ່ງກ່າວ​ຈະ​ສາມາດ​ໄປ​ເຂົ້າ​ຮ່ວມ​​ໃນງານ​ກິລາ​ໂອ​ລິ​ມປິກ​ຣີ​ໂອ​ເດີ​ຊາ​ເນ​ໂລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ