​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ເພີ່ມ​ກໍາ​ມະ​ການບໍລິຫານ​ງານ 5 ທ່ານ
2015-03-30 16:08:11  cri 

ວັນ​ທີ 29 ມີນາ​ນີ້, ຢູ່​ໃນ​ພິທີ​ອັດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​​ໂປ​ອາວ​ປີ 2015, ທ່ານ​ໂຈ່​ວ​ເຫວີ​ນຈົ້ງ, ​ເລ​ຂາ​ທິການ​ໃຫຍ່​ເວທີ​ປຶກ​ສາ​ຫາລື​ອາຊີ​ໂປ​ອາວ​ເຜີຍ​ໃຫ້​ຮູ້​ວ່າ, ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​​ໄດ້ເພີ່ມ​ກໍາ​ມະ​ການບໍລິຫານ​ງານ 5 ທ່ານ.

ທ່ານ​​ໂຈ່​ວ​ເຫວີ​ນຈົ້ງ​ກ່າວ​ວ່າ, ຜ່ານ​ການ​ອະນຸມັດ​ຈາກ​ຄະນະ​ກໍາ​ມະ​ການ​ບໍລິຫານ​ງານ, ພ້ອມທັງ​ປຶກສາ​ຫາ​ລື​ກັບ​ຄະນະ​ກໍາ​ມະ​ການ​ທີ່​ປຶກສາ ​ແລະ​ຜ່ານ​ການ​ອະນຸມັດ​ຈາກ​ສະມັດຊາ​ໃຫຍ່​ສະມາ​ຊິກ, ວາລະ​ດໍາລົງ​ຕໍາ​ແໜ່​ງຂອງຄະນະ​ກໍາ​ມະ​ການ​ບໍລິຫານ​ງານຊຸດ​ນີ້​ໄ​ດ້​ເລື່ອນ​ອອກ​ໄປ​ເຖິງປີ 2018, ປະລິມານ​ຂອງ​ກໍາ​ມະ​ການ​ບໍລິຫານ​ງານ ​ແລະ​ກໍາມະການ​ທີ່​ປຶກ​ສາ​ໄດ້​ເພີ່ມ​ຂຶ້ນ​ຮອດ 19 ທ່ານ. ກໍາມະການ​ບໍລິຫານ​ງານ​ທີ່​ເພີ່ມ​ໃໝ່​ນັ້ນ​ແມ່ນ​ທ່ານ​ຊຸ​ຊີ​​ໂລ ບໍາບັງ, ອະດີດ​ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ, ທ່ານ​​ແອ​​ລິ​ຄ໌ສ ຊີ​ພລີ, ອະ​ດີດ​ປະທານາທິບໍດີ​ນູ​ແວັນ​​ເຊ​ລັງ, ທ່ານ​ຊາວ​ກາດ ອາຊີ​ສ, ​ອະດີດ​ປະທານາທິບໍດີ​ປາ​ກີ​ສະຖານ, ທ່ານສະຖິຣະ​ໄທ ສຸ​ວະ​ກຽດ, ​ອະດີດ​ຮອງ​ນາຍົກລັດຖະມົນ​ຕີ​ໄທ ​ແລະ​ທ່ານ​ໝາ​ວຊ່າວ​ເຟີ່ງ, ຮອງ​ເຈົ້າ​ແຂວງ​ຜູ້​ປະ​ຈໍາ​ການ​ແຂວງ​ໄຫ​ຫຼໍາຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ