ລັດຖະ​ມົນຕີ​ຕ່າງປະ​ເທດສ.​ເ​ກົາຫຼີກ່າວ​ວ່າ, ສ.​ເກົາ​ຫຼີຕົກລົງ​ເຂົ້າ​ຮ່ວມ​ທະນາຄານ​ການ​ລົງ​ທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ໃນ​ເວລາ​ທີ່ດີທີ່​ສຸດ ​ເຊິ່ງ​ໄດ້​ຮັບ​ການ​ຍ້ອງຍໍ​ຊົ​ມ​ເຊີຍຈາກ​ຫຼາຍ​ຝ່າຍ
2015-03-30 16:10:39  cri 

ຕາມສື່ມວນຊົນສ.ເກົາຫຼີລາຍງານວ່າ, ວັນທີ 30 ມີນານີ້, ທ່ານຢູນ ບູງ-ເຊ, ລັດຖະມົນຕີວ່າການກະຊວງການຕ່າງປະເທດສ.ເກົາຫຼີໄດ້ເຂົ້າຮ່ວມ ​​ແລ​ະກ່າວ​ຄໍາ​ປາ​ໄສ​​ໃນ​ພິທີ​ເປີດ​ກອງ​ປະ​ຊຸມ​ຜູ້ຕາງໜ້າ​ອົງການ​ປະ​ຈໍາ​ຕ່າງປະ​ເທດ​ທີ່​ຈັດ​ໂດຍ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ. ຕໍ່​ກັບ​ເລື່ອງ​ທີ່​ສ.​ເກົາ​ຫຼີ​ໄດ້​ຕົກລົງ​ເຂົ້າ​ຮ່ວມ​ທະ​ນາຄາ​ນການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ອາຊີ, ທ່ານ​ກ່າວ​ວ່າ, ສ.​ເກົາ​ຫຼີຕົກລົງ​ເຂົ້າ​ຮ່ວມ​ທະນາຄານ​ການ​ລົງ​ທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ໃນ​​ເວລາ​ທີ່ດີ​ທີ່​ສຸດ ​ໄດ້​ຮັບ​ການ​ຍ້ອງຍໍ​ຊົ​ມ​ເຊີຍຈາກ​ຫຼາຍ​ຝ່າຍ.

​ໃນ​ເວລາ​ກ່າວ​ຄໍາ​ປາ​ໄສ, ທ່ານຢູນ ບູງ-ເຊກ່າວ​ວ່າ, ພາກ​ພື້ນ​ອາຊີ​ປາຊິ​ຟິກມີ​ບໍລິ​ເວນ​ກວ້າງ​ຂວາງ ​ເຊິ່ງສາ​ມາດ​ຮັບ​ເອົາ​ປະ​ເທດ​ຈີນ​ທີ່​ກໍາລັງ​ເຂັ້ມ​​ແຂງ​ຂຶ້ນ ​ແລະ​ອາ​ເມ​ລິ​ກາ​ທີ່​ກໍາລັງ​ປະຕິບັດ"​ຍຸດ​ທະ​ສາດ​ເຮັດ​ໃຫ້​ອາຊີ​ປາຊິ​ຟິກກໍ້າ​ເກິ່ງ​ກັນ​ຄືນ​ໃໝ່".​ ​ເວົ້າ​ສໍາລັບ​ສ.​ເກົາຫຼີ​ແລ້ວ, ນີ້​ອາດ​ຈະ​ເປັນ​ໂອ​ກາດ​ທີ່​ດີ. ລັດຖະບານ​ສ.​ເກົາຫຼີ​ໄດ້​ເສີມ​ຂະຫຍາຍກໍາລັງການ​ຕ່າງປະ​ເທດ​ຂອງ​ຕົນ ​ເຊິ່ງ​ໄດ້ຊຸກຍູ້​ໃຫ້ຈັດ​ກອງ​ປະຊຸມລັດຖະມົນຕີ​ຕ່າ​ງປະ​ເທດ​ຈີນ, ສ.​ເກົາຫຼີ​ແລະ​ຍີ່ປຸ່ນ ​ແລະ​ໄດ້​ຕົກລົງ​ເຂົ້າ​ຮ່ວມ​ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ. ​ໃນ​ອະ​ນາ​ຄົດ, ລັດຖະບານ​ສ.​ເກົາຫຼີ​ຈະ​ສື​ບຕໍ່​ນໍາ​ໃຊ້​ທ່າ​ທີ​ນີ້​ເພື່ອແກ້​ໄຂ​ຂໍ້​ຂັດ​ແຍ້​ງດ້ານ​ປະຫວັດສາດ​ລະຫວ່າງ​ສ.​ເກົາຫຼີ​ກັບ​ຍີ່​ປຸ່ນ ​ແລະ​ບັນຫາ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ