ບົດ​ລາຍ​ງານ​ຂຽນວ່າ, ຈໍານວນ​ຖ້ຽວ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຕ່າງປະ​ເທດ​ຈະ​ເພີ່ມ​ຂຶ້ນ 14%
2015-03-30 17:09:58  cri 

ວັນ​ທີ 30 ມີນາ​ນີ້, ​ເວັບ​ໄຊ TripAdvisor ທີ່​ເປັນ​ເວັບ​ໄຊ​ການທ່ອງທ່ຽວ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ເສດ​ຖະກິດ​ການທ່ອງທ່ຽວ​ໂລກ​ປີ 2015 ​ໂດຍ​ຂຽນ​ວ່າ, ​ຈໍານວນ​ຖ້ຽວຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຕ່າງປະ​ເທດ​ຈະ​ເພີ່ມ​ຂຶ້ນ 14%.

ບົດ​ລາຍ​ງານ​ຂຽນວ່າ, ນັກ​ທ່ອງ​ທ່ຽວ​ຈີນ 45% ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງ​ສະ​ສົມ​ເງິນ ​ເພື່ອຄວາມ​ໃຝ່​ຝັນ​ດ້ານ​ການທ່ອງທ່ຽວ​ຂອງ​ຕົນ. ຖ້າ​ບໍ່​ພິຈາລະນາ​ເຖິງ​ຄ່າ​ໃຊ້​ຈ່າຍ, ​ໃນ 24 ​ເດືອນ​ຕໍ່ໜ້າ​ນີ້, ອາ​ເມລິ​ກາ, ຍີ່ປຸ່ນ ​ແລະ​ອົສຕຣາລີ ຍັງ​ເປັນ​ປະ​ເທດ​ທີ່​ນັກ​ທ່ອງ​ທ່ຽວ​ຈີນ​ຢາກ​ໄປ​ທ່ຽວທີ່​ສຸດ. ນັກ​ທ່ອງ​ທ່ຽວ​ຈີນ 41% ​ເຫັນ​ວ່າ ​ເຂົາ​ເຈົ້າ​ກໍາ​ລັງ​ລໍຖ້າ​ມື້​ພັກ​ເພື່ອ​ໄປ​ທ່ອງ​ທ່ຽວ. ນອກ​ນີ້, ຍັງ​ມີ​ອີກ 16% ​ເຫັນ​ວ່າ, ອັດ​ຕາ​ແລກປ່ຽນ​ເງິນຕາ​ໄດ້​ກາຍ​ເປັນ​ປັດ​ໄຈ​ທີ່​ສໍາຄັນ​ໃນ​ການ​ເລືອກ​ສະຖານ​ທີ່​ທ່ອງ​ທ່ຽວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ