ສຳມະນາພັດທະນາວາລະສານອາລຸນໃໝ່ ໃຫ້ມີຄຸນນະພາບ
2015-03-30 18:30:51  cri 
ກອງປະຊຸມສຳມະນາວິທະຍາສາດ ເນື່ອງໃນໂອກາດວັນສ້າງຕັ້ງວາລະສານອະລຸນໃໝ່ ຄົບຮອບ 30 ປີ ໃນຫົວຂໍ້: ພັດທະນາວາລະສານອາລຸນໃໝ່
ໃຫ້ມີຄຸນນະພາບ, ສືບຕໍ່ເປັນອົງການທິດສະດີ ແລະ ພຶດຕິກຳຂອງພັກ ໄດ້ຈັດຂື້ນໃນວັນທີ 30 ມີນາ ນີ້, ຢູ່ ຫ້ອງ ການໂຄສະນາອົບຮົມສູນກາງພັກ,
ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສຈ, ດຣ ກິແກ້ວ ໄຂຄຳພິທູນ, ກຳມະການສູນກາງພັກ ຫົວໜ້າໂຄສະນາອົບຮົມສູນກາງພັກ
ມີບັນດາ ຫົວໜ້າບັນນາທິການຈາກສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ

   ທ່ານ ດຣ ບົວຈັນ ເພັງສະຫວັດ ບັນນາທິການໃຫຍ່ ວາລະສານ ອາລຸນໃໝ່ ໃຫ້ຮູ້ວ່າ: ການຈັດກອງປະຊຸມສຳມະນາ ຄັ້ງນີ້, ແມ່ນໃນໂອກາດວັນ
ສ້າງຕັ້ງວາລະສານອາ ລຸນໃໝ່ຄົບຮອບ 30 ປີ, ພ້ອມດຽວກັນກໍເພື່ອແລກປ່ຽນປະສົບການ ແລະ ການເຮັດວຽກ ກັບບັນດາສື່ມວນຊົນ ທັງດ້ານການ
ຂີດຂຽນ, ບົດຄວາມ, ບົດຂ່າວ ແລະ ອື່ນໆ ເພື່ອພັດທະນາວາລະສານ ອາລຸນໃໝ່ໃຫ້ມີຄຸນນະພາບ, ແລະ ເປັນອົງການທິດສະດີ ແລະ ພຶດຕິກຳ
ຂອງພັກ ເພື່ອເຜີຍແຜ່ໃຫ້ສັງຄົມໄດ້ເຂົ້າໃຈ ແນວທາງການພັດທະນາ ແລະ ປ່ຽນແປງໃໝ່ຂອງພັກ.

   ທ່ານ ດຣ ບົວຈັນ ເພັງສະຫວັດ ກ່າວວ່າ: ວາລະສານອາລຸນໃໝ່ ໄດ້ ເຮັດພາລະບົດບາດເປັນອົງການທິດສະດີ ແລະ ການເມືອງຂອງພັກ,
ໜ້າທີ່ຕົ້ນຕໍ ແມ່ນຄົ້ນຄວ້າ-ໂຄສະນາເຜີຍແຜ່ບັນດາທັດສະນະ, ແນວທາງ, ນະໂຍບາຍດ້ານຕ່າງໆຂອງພັກ, ມາຮອດປັດຈຸບັນມີອາຍຸ 30 ປີ. ຊຶ່ງໃນ
ປີ 1985-1990 ວາລະສານອາລຸນໃໝ່ໄດ້ອອກເປັນລາຍໄຕມາດ ດ້ວຍຈຳນວນພິມ 1,000 ຫົວຕໍ່ຄັ້ງ, ຕໍ່ມາໄດ້ມີການປັບປຸງ ແລະ ເພີ່ມຈຳ
ນວນພິມຂື້ນເປັນ 2,000 ຫົວ, ແຕ່ປີ 1991-2010 ໄດ້ຈັດພິມເປັນລາຍ 2 ເດືອນ, ນັບແຕ່ປີ 2011 ເປັນຕົ້ນມາໄດ້ຈັດພິມເປັນ 8 ສະບັບ/ປີ
ແລະ ປະກອບຮູບພາບໃສ່ບາງບົດທີ່ເຫັນວ່າມີຄວາມສຳຄັນ ແລະ ແທດເໝາະກັບສະພາບຕົວຈິງ, ພ້ອມກັນນັ້ນກໍໄດ້ປັບປຸງເຕັກນິກການຈັດໜ້າໃຫ້ມີ
ຄວາມເໝາະສົມ. ວາລະສານໄດ້ແຈກຢາຍຕາມການສັ່ງຈອງໃນທົ່ວປະເທດ ນັບທັງແຈກຢາຍລ້າໃຫ້ການນຳ ແລະ ເພື່ອນຮ່ວມງານ. ຕະຫຼອດໄລ
ຍະ 30 ປີຜ່ານມາ ພວກເຮົາໄດ້ພິມຈຳໜ່າຍວາລະສານທັງໝົດ 182 ສະບັບ, ມີບົດຂຽນປະເພດຕ່າງໆ ຫຼາຍກວ່າ 1,700 ບົດ.

   ທ່ານ ຫົວໜ້າ ບັນນາທິການໃຫຍ່ວາລະສານອາລຸນໃໝ່ ກ່າວວ່າ: ໃນຕໍ່ໜ້າ ວາລະສານອາລຸນໃໝ່ຈະສືບຕໍ່ປັບປຸງໃຫ້ມີຄຸນນະພາບ, ມີຄວາມ
ຫຼາກຫຼາຍ ແລະ ສ່ອງແສງທຸກຂົງເຂດວຽກງານໄດ້ດີຍິ່ງຂື້ນ, ປັບປຸງຮູບແບບ, ເຕັກນິກການຈັດໜ້າໃຫ້ຈົບງາມ ແລະ ການພິມຈຳໜ່າຍໃຫ້ທົ່ວເຖີງ
ຂະແໜງການ ແລະ ທ້ອງຖິ່ນຮາກຖານຕ່າງໆ ເພື່ອເຮັດໃຫ້ວາລະສານອາລຸນໃໝ່ ໄດ້ມີບົດບາດພົ້ນເດັ່ນ ແລະ ເປັນເປັນອົງການທິດສະດີ ແລະ
ພຶດຕິກຳຂອງພັກ ເຜີຍແຜ່ແນວທາງທິດສະດີຂອງພັກໃຫ້ສັງຄົມໄດ້ເຂົ້າໃຈເລີກເຊິ່ງຍິ່ງຂຶ້ນ.

   ໃນຕອນທ້າຍຂອງກອງປະຊຸມ ທ່ານ ສຈ, ດຣ ກິແກ້ວ ໄຂຄຳພິທູນ, ກຳມະ ການສູນກາງພັກ ຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ມີຄວາມ
ເຫັນໃນກອງປະຊຸມວ່າ: ການພັດທະນາວາລະສານອະລຸນໃໝ່ໃຫ້ມີຄຸນນະພາບ ນັ້ນ ກ່ອນອື່ນແມ່ນຕ້ອງ ເນັ້ນກໍ່ສ້າງພະນັກງານໃຫ້ກຳແໜ້ນແນວ
ທາງທິດສະດີຂອງພັກ-ລັດ ແລະ ຕ້ອງໄດ້ສ້າງ ຕາໜ່າງເພື່ອນຮ່ວມງານໃຫ້ໄດ້ຫຼາຍຍິ່ງຂື້ນ, ພ້ອມດຽວກັນນັ້ນ ກໍຕ້ອງໄດ້ແລກປ່ຽນບົດ ຮຽນປະ
ສົບການກັບບັນດາປະເທດເພື່ອນມິດຍຸດທະສາດ ອື່ນໆໃຫ້ຫຼາຍຂື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ