ປະທານາທິບໍດີ​ເອຢິບ​ກ່າວ​ວ່າ: ບັນດາ​ປະ​ເທດ​ສະມາຊິກສັນນິບາດອາຣັບໄດ້​ເຫັນ​ດີ​ສ້າງ​ຕັ້ງ​ກອງກຳລັງປະສົມ​ໃນ​ຂັ້ນ​ພື້ນຖານ
2015-03-30 16:52:35  cri 
  ວັນ​ທີ 29 ມີນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ກອງ​ປະຊຸມ​ສຸດ​ຍອດສັນນິບາດອາຣັບຄັ້ງ​ທີ 26 ​ໄດ້​ອັດ​ລົງ​ຢູ່​ເອຢິບ. ທ່ານອາບ​ເດ​ວ ຟາ​ຕາ ຊີ​ຊີ, ປະທານາທິບໍດີ​ເອຢິບ​ໄດ້​ກ່າວ​​ໃນ​ກອງ​ປະຊຸມ​ວ່າ: ​ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມຂູ່​ດ້ານ​ຄວາມ​ໝັ້ນຄົງ, ບັນດາ​ປະ​ເທດ​ສະມາຊິກສັນນິບາດອາຣັບໄດ້​ເຫັນ​ດີໃນດ້ານຫຼັກການໃຫ້​ສ້າງ​ຕັ້ງ​ກອງກຳລັງປະສົມ​ໃນ​ຂັ້ນ​ພື້ນຖານ.

  ທ່ານຊີ​ຊີ​​ໄດ້ກ່າ​ວ​ໃນ​ກອງ​ປະຊຸມວ່າ: ​ ​ໂດຍຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດທີ່​ກ່ຽວຂ້ອງ, ກອງກຳລັງປະສົມ ອາຣັບຈະດຳ​ເນີນ​ການ​​ເຂົ້າ​ແຊກ​ແຊ​ງດ້ານການທະຫານຕໍ່ປະ​ເທດ​ສະມາຊິກສັນນິບາດອາຣັບທີ່​ໄດ້​ຮັບ​ໄພ​ຂົ່ມຂູ່​​ໂດຍກົງໃນ​ດ້ານ​ຜືນ​ແຜນ​ດິນອັນ​ຄົບ​ຖ້ວນ​ແລະ​ອະທິປະ​ໄຕ, ທັງ​ຈະ​ປະຕິບັດ​ວຽກ​ງານ​ອື່ນໆ​ທີ່​ໄດ້​ມອບ​ສິດ​ໃຫ້​ໄວ້. ອີງຕາມຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ປະ​ເທດ​ສະມາຊິກສັນນິບາດອາຣັບຈະ​ເລືອກ​​ເອົາ​ເອງວ່າຈະ​ເຂົ້າ​ຮ່ວມກຳລັງປະສົມ​ຫຼື​ບໍ່​ໂດຍ​ອີງ​ຕາມຫຼັກ​ການ​ສະ​ໝັກ​ໃຈ. 

  ຕາມ​ຂ່າວ​ແຈ້ງວ່າ, ​ກອງກຳລັງປະສົມອາຣັບທີ່​ພວມປຶກສາ​ຫາລື​ກັນ​ຢູ່​ນັ້ນ, ອາດ​ຈະ​ມີ​ຈຳນວນເກືອບ 4 ໝື່ນ​ຄົນ, ທັງ​ອາດ​ຈະ​ປະກອບ​ດ້ວຍ​ຍົນ​ຮົບ, ກຳ​ປັ່ນ, ລົ​ດຫຸ້ມ​ເກາະ​ຂະໜາດເບົາ​ແລະ​ອາວຸດ​ຍຸດ​ໂທ​ປະກອນອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ