ລັດຖະບານລາວ​ມອບຫຼຽນ​ກາ​ການ​ພັດທະນາ​ຊັ້ນ​ໜຶ່ງ​ໃຫ້​ແກ່​ລັດຖະບານ​ຈີນ
2015-05-01 14:35:23  cri 


ວັນ​ທີ 30 ​ເມສາ​ແລ້ວ​ນີ້, ລັດຖະບານລາວ​ໄດ້​ຈັດ​ພິທີ​ມອບ​ຫຼຽນ​ກາ​ການ​ພັດທະນາ​ຊັ້ນ​ໜຶ່ງ​ໃຫ້​ແກ່​ລັດຖະບານ​ຈີນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ, ​​ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຝ່າຍ​ຈີນ​ທີ່​ໄດ້​ທຳ​ການ​ປະກອບສ່ວນ​​ເຂົ້າໃນ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ລາວ.

ທ່ານ​ບຸນ​ຈັນ ຊິນຕາ​ວົງ, ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິການ​ແລະຂົນ​ສົ່ງຂອງລາວ​ໄດ້​ຕາງໜ້າ​ລັດຖະບານ​ລາວ​ມອບ​ຫຼຽນ​ກາ​ດັ່ງກ່າວ​ໃຫ້​ແກ່​ທ່ານ​ກ່ວນຮວາ​ປິ່ງ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ. ທ່ານ​ບຸນ​ຈັນ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຈີນ​ໃນ​ໄລຍະ​ຍາ​ວນານ​ທີ່​ຜ່ານ​ມາ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລາວ, ​ແລະ​ໄດ້​ຕີ​ລາຄາ​ຢ່າງ​ສູງ​ຕໍ່​ໂຄງການ​ຂອງ​ຝ່າຍ​ລາວ​ໃນ​ການ​ສ້າງ​ຂົວຂ້າມ​ແມ່​ນ້ຳຂອງຫ້ວຍ​ຊາຍ​-ຊຽງຂອງທີ່​ຝ່າຍ​ຈີນ​ເປັນ​ຜູ້​ຊ່ວຍ​ສ້າງ.

ທ່ານ​ກ່ວນຮວາ​ປິ່ງ​ກ່າວ​ວ່າ: ຫຼຽນ​ກາ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນຝ່າຍ​ລາວ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ-ລາວ​ຢ່າງ​ເຕັມ​ປ່ຽມ, ກໍ່​​ໄດ້​ສະ​ແດງ​ໃຫ້​ເຫັນ​ມິດຕະພາບອັນ​ເປັນ​ມູນ​ເຊື້ອທີ່ມີ​​ໄມຕີ​ຈິດ​ມິດຕະພາບມາແຕ່​ດົນ​ນານ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ລາວ. ປະຈຸ​ບັນ, ການ​ເລັ່ງລັດກໍ່​ສ້າງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຢູ່​ໃນ​ພາກ​ພື້ນ​ແມ່ນ​ຄວາມ​ມຸ່ງ​ມາດ​ປາຖະ​ນາ​ຮ່ວມ​ຂອງ​ປະຊາຊົນ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແຫ່ງ​ນີ້. ຂໍ້​ລິ​ເລີ່​ມ "ໜຶ່ງ​​ແລວທາງ​ໜຶ່ງ​ເສັ້ນທາງ" ທີ່​ຈີນສະ​​ເໜີ​ອອກ​ໄດ້​ຮັບ​ຄວາມ​ຍິນ​ດີ​ຕ້ອນຮັບ​ແລະ​ການ​ສະໜັບສະໜູນ​ຈາກ​ບັນດາ​ປະ​ເທດ​ຢູ່​ຕາມ​ລຽບແລວ​ທາງ​ເສດຖະກິດ​ຂອງ​ເສັ້ນທາງ​ສາຍ​ໄໝ​ແລະ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ສະຕະວັດ​ທີ 21 ຊຶ່ງ​ລວມທັງ​ລັດຖະບານ​ລາວ. ຈີນ​ແລະ​ລາວ​ຮ່ວມ​ມື​ກັນ​ໃນ​ການ​ຊຸກຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ຈະ​ສາມາດ​ອຳນວຍ​ໂອກາດ​ໃໝ່​ໃຫ້​ແກ່​ສອງ​ປະ​ເທດ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົ​ງ​ເຂດ​ຕ່າງໆ​ຕື່ມ​ອີກ​ໃນ​ຍຸກ​ໃໝ່.

​ໂຄງການ​ຂອງ​ຝ່າຍ​ລາວ​ໃນ​ການ​ສ້າງ​ຂົວຂ້າມ​ແມ່​ນ້ຳຂອງຫ້ວຍ​ຊາຍ​-ຊຽງ​ຂອງ​ໄດ້ສ້າງ​ສຳ​ເລັດ​ແລະ​ມອບ​ໃຫ້​ແກ່​ຝ່າຍ​ລາວ​ໃນ​​ເດືອນ​ທັນວາ​ປີ 2013, ​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ຂອງ​ສາມປະ​ເທດ​ຈີນ, ລາວ ​ແລະ ​ໄທ​ທີ່​ນັບ​ມື້​ນັບ​​ເນື່ອງນິດ, ​ໄດ້​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ, ​ເພີ່ມ​ທະວີຄວາມ​ໝັ້ນ​ໃຈ​ຂອງ​ປະຊາຊົນ​ຂອງ​ບັນດາ​ປະ​ເທດທີ່​ຢູ່​ລຽບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ໃນ​ການ​ເລັ່ງລັດ​ການ​ພັດທະນາ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ