ທ່ານ​ຈ່າງ​ເຕີ​ຈ່ຽງຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຄະນະ​ຜູ້​ແທນ​ສະຫະພັນສະມາຊິກ​ລັດຖະສະພາ​​ມິດຕະພາບ​ຍີ່ປຸ່ນ-ຈີນ
2015-05-05 19:23:22  cri 
ວັນ​ທີ 5 ພຶດສະພາ​ນີ້, ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ທີ່​ນະຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ຈ່າງ​​ເຕີ​ຈ່ຽງ, ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ຄະນະ​ຜູ້​ແທນ​ສະຫະພັນ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຍີ່ປຸ່ນ-ຈີນ​ຂອງ​ຍີ່ປຸ່ນ​ທີ່​ນຳພາ​ໂດຍ​ທ່ານ​​ມະ​ຊະ​ຮີ​ໂຄ ​ໂຄອູມູຣະ ປະທານ​ສະຫະພັນ​ດັ່ງກ່າວ. ທ່ານ​ຈ່າງ​ເຕີ​ຈ່ຽງກ່າວ​ວ່າ: ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຊິນ​ໂຈ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນ​ຢູ່​ອິນ​ໂດ​ເນ​ເຊຍ​ຕາມຄວາມ​ຮຽກຮ້ອງ​ຂອງ​ຍີ່ປຸ່ນ, ​ແ​ລະ​ໄດ້​ສະ​ເໜີ​ຫຼັກການ​ໃຫຍ່ໃນ​ການ​ແກ້​ໄຂ​ບັນຫາ​ໃນການ​ພົວພັນ​ລະຫວ່າງ​ຈີນ-ຍີ່ປຸ່ນ​ຢ່າງ​ຈະ​ແຈ້ງ​, ນີ້​ມີ​ຄວາມ​ໝາຍ​ຊີ້​ນຳ​ທີ່​ສຳຄັນ​ຕໍ່​ການ​ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​. ​ບົນ​ພື້ນຖານທີ່​ມີ​ຈິດ​ໃຈ​ຖື​ປະຫວັດ​ສາດ​ເປັນ​​ແວ່ນ​ແຍງ ​ແລະ ອວ່າຍໜ້າ​ໄປ​ສູ່​ອະນາຄົດ, ຈີນ​ແລະ​ຍີ່ປຸ່ນ​ຄວນຍຶດຖື​ທິດ​ທາງ​ທີ່​ຖືກຕ້ອງຄື​ສັນຕິພາບ​, ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຢ່າງ​ສະ​​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເຄົາລົບ​ຈິດ​ໃຈ​ຫຼັກການ​ເອກະສານ​ການ​ເມືອງ 4 ສະບັບ​ລະຫວ່າງ​ຈີນ-ຍີ່ປຸ່ນ​ຢ່າງ​ແທ້​ຈິງ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຝ່າຍ​ຈີນ​ຫວັງ​ວ່າ​ຝ່າຍ​ຍີ່ປຸ່ນຈະມີ​ກິລິຍາ​ວາຈາ​ຢ່າງ​ສຸຂຸມ​ຮອບ​ຄອບ​ດ້ວຍ​ທ່າ​ທີ​ທີ່​ມີ​ຄວາມ​ຮັບຜິດຊອບ, ​ແກ້​ໄຂ​ບັນຫາທີ່​ອ່ອນ​ໄຫວ​ທາງ​ປະຫວັດສາດ​ໃຫ້​ດີ​. ການ​ເພີ່ມ​ທະວີການ​ແລກປ່ຽນ​ລະຫວ່າງ​ອົງ​ກອນ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ​ແລະ​ລະຫວ່າງສະມາຊິກສະພາ​​ປະຊາຊົນ​ແຫ່ງ​ຊາດ​ຈີນກັບ​ສະມາຊິກ​ລັດຖະສະພາ​ຂອງ​ຍີ່ປຸ່ນ, ມີ​ຜົນ​ດີຕໍ່​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ ​ແລະ ​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ, ຫວັງ​ວ່າ​ສະຫະພັນສະມາຊິກ​ລັດຖະສະພາ​ ​ມິດຕະພາບ​ຍີ່ປຸ່ນ-ຈີນ​ຂອງ​ຍີ່ປຸ່ນ​ຈະສາມາດ​ເສີມ​ຂະຫຍາຍ​ບົດບາດ​ທີ່​ໃຫຍ່​ຫຼວງ​ກວ່າ​ເກົ່າ​​ໃນ​ການຊຸກຍູ້​ການປັບປຸງ​​ແລະຂະຫຍາຍ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ.

ທ່ານມະ​ຊະ​ຮີ​ໂຄ ​ໂຄ​ອູມູຣະກ່າວ​ວ່າ: ສະຫະພັນ​ລັດຖະສະພາ​ຍີ່ປຸ່ນ-ຈີນຂອງ​ຍີ່ປຸ່ນ​ຍິນ​ດີ​ທຳ​ຄວາມພະຍາຍາມ​ເພື່ອຊຸກຍູ້​ການ​ປັບປຸງ​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ-ຈີນ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ