ນາຍົກຈີນ​ຕ້ອນ​ຮັບ​​ແຂກມາ​ເລ​ເຊຍ
2015-05-05 18:58:39  cri 

ຕອນ​ບ່າຍ​ວັນ​ທີ 4 ພຶດສະພາ​ນີ້, ຢູ່​ຫໍ​ຈືກວາງ​​ເກີ​ຂອງ​ຈົ່ງ​ນານ​ໄຫ​ທີ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ຕ້ອນຮັບ​ທ່ານ​ໄຊ ຮາ​ມິດ, ​ປະທານ​ຄະນະ​ກໍາມະການ​ສາທາລະນະ​ຄົມມະນາຄົມ​ທາງບົກ​ມາ​ເລ​ເຊຍ

ທ່ານ​ຫຼີ​ເຄ້ສຽງ​ກ່າວ​ວ່າ, ​ໃນ​ປັດຈຸບັນ, ການ​ພົວພັນ​ຈີ​ນ-ມາ​ເລ​ເຊຍ​ມີ​ທ່າ​ອ່ຽງພັດທະນາ​ທີ່​ດີ ​ແລະ​ມີ​ໝາກຜົນ​ອັນ​ອຸດົມສົມບູນ​ໃນ​ດ້ານ​ການ​ຮ່ວມມື​. ​ໃນ​ປີ​ນີ້​ມາ​ເລ​ເຊຍ​ໄດ້​ຂຶ້ນ​ຮັບ​ຕໍາ​ແໜ່​ງ​​ເປັນ​ປະ​ເທດ​ປະທານ​ໝູ​ນວຽນ​ອາ​ຊຽນ, ຝ່າຍ​ຈີນ​ຍິນ​ດີ​ເພີ່​ມທະວີ​ການ​​ແລກປ່ຽນ ​ແລະ​ການ​ປະສານ​ງານ​ກັບ​ຝ່າຍ​ມາ​ເລ​ເຊຍ​ຕື່ມ​ອີກ, ຮ່ວມ​ກັນ​ຮັກສາ​ສັນຕິພາບ ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ, ຍົກ​ສູງ​ການ​ພົວພັນ​ ​ແລະ​ກາ​ນຮ່ວມ​ມື​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ​ໄຊ ຮາ​ມິດ​ກ່າວ​ວ່າ, ​ໄມຕີ​ຈິດ​ມິດ​ຕະພາບ​ມາ​ເລ​ເຊຍ-ຈີນ​ມີ​ປະຫວັດສາດ​ອັນ​ຍາວ​ນານ, ການ​ພົວພັນ​ດ້ານ​ການ​ເມືອງ ​ແລະ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ໃກ້ຊິດ ​ແລະ​ມີ​ຄວາມ​ເຂັ້ມ​ແຂງ. ມາ​ເລ​ເຊຍ​ກໍາລັງ​ຊຸກຍູ້​ການ​ຫັນ​ປ່ຽນ​ຮູບ​ແບບ​ຂອງສາທາລະນະ​ຄົມມະນາຄົມ, ​ເຊື່ອ​ໝັ້ນວ່າຝ່າຍ​ຈີນຈະ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ອັນ​ສໍາຄັນ​ເຂົ້າ​ໃນ​ຂົງ​ເຂດ​ນີ້. ຝ່າ​ຍມາ​ເລ​ເຊຍ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ຈີນ, ຊຸກຍູ້​ການ​ພົວພັນ​ສອງຝ່າຍ​​ໃຫ້​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ