​​ເຈົ້າ​ໜ້າ​ທີ່​ຄະນະ​ກໍາມະການ​ການ​ຄ້າ​ອາ​ເມ​ລິ​ກາ-ຈີນ: ການ​ພົວພັນ​ຈີນ-ອາ​ເມ​ລິ​ກາ​ກໍາລັງ​ສ້າງ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ທີ່​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ອາ​ເມ​ລິ​ກາ
2015-05-05 19:02:51  cri 

ຕອນ​ຄໍ່າ​ວັນ​ທີ 4 ພຶດສະພາ​ນີ້, ​ເນື່ອງ​ໃນ​​ໂອກາດ​ເຂົ້າ​ຮ່ວມ​ການ​ສົນທະນາ​ຜູ້​ນໍາ​ດ້ານ​ອຸດສາຫະກໍາ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ຄັ້ງ​ປະຖົມມະ​ເລີກ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ຂອງ​ຈີນ, ທ່ານ​ຈອນ ຟຣິສບີ, ປະທານ​ຄະນະ​ກໍາມະການ​ແຫ່ງ​ຊາດ​ການ​ຄ້າ​ອາ​ເມ​ລິ​ກາ-ຈີນກ່າວ​ວ່າ, ການ​ພົວພັນ​ຈີນ-ອາ​ເມ​ລິ​ກາ​ກໍາລັງ​ສ້າງ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ທີ່​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ອາ​ເມ​ລິ​ກາ.

ທ່ານ​ຈອນ ຟຣິສບີ ​ໄດ້​ກ່າວ​ໂດຍ​ອີງ​ໃສ່​ການຄາດຄະ​ເນ​ຂອງ​ຄະນະ​ກໍາມະການ​ການ​ຄ້າ​ອາ​ເມ​ລິ​ກາ-ຈີນ​ວ່າ, ຈີນ​ໄດ້​ສ້າງມູນ​ຄ່າ​ຕະຫຼາດ​ຈໍານວນ 350 ຕື້​ໂ​ດລາ​ສະຫະລັດ​​ໃຫ້​ແກ່​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ. ລັດຖະບານ​ຈີນ​ໄດ້​ສະ​ເໜີ​ມາດ​ຕະການ​ການ​ປະຕິ​ຮູບ​ດ້ານ​​ເສດຖະກິດ ​ເຊັ່ນ​ການ​ເປີດ​ກວ້າງ​ໃຫ້​ທຶນ​ຕ່າງປະ​ເທດ​ເຂົ້າຕະຫຼາດ​ຈີນ, ການ​ພັດທະນາ​ຂະ​ແໜງ​ການ​ຂັ້ນ​ສູງ, ​ເປີດ​ກວ້າງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ ​ແລະ​ອື່ນໆ ​ເຊິ່ງ​ເປັນການ​ສົ່ງ​ສັນຍານອັນ​ຕັ້ງໜ້າ​ໃຫ້​ແກ່​ວິສາ​ຫະກິດ​ອາ​ເມ​ລິ​ກາ. ທ່ານ​ຍັງ​ກ່າວ​ວ່າ, ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຈີນ​ຕໍ່​ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່ຢຸດ​ຢັ້ງ ​ເຊິ່ງ​ໄດ້​ສ້າງ​ໂອກາດ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ ​ແລະ​ການ​ປະກອບ​ອາຊີບ​ໃຫ້​ແກ່​ອາ​ເມ​ລິ​ກາ.

ທ່ານ ຈອນ ຟຣິສບີ ກ່າວ​ວ່າ, ການ​ຈັດການ​ສົນທະນາ​ລະຫວ່າງ​ນັກທຸລະກິດ ​ເປັນ​ຊ່ອງ​ທາງ​ທີ່​ສໍາຄັນ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ວົງ​ການ​ອຸດສາຫະກໍາ ​ແລະ​ການ​ຄ້າ, ການ​ຄ້າ ​ແລະ​ການ​ລົງທຶ​ນ​​ມີ​ຜົນ​ດີ​ຕໍ່​ການຂະຫຍາຍຕົວ​ຂອງ​ເສດຖະກິດ​ຈີນ​ແລະ​ອາ​ເມ​ລິ​ກາ ​ແລະ​ເປັນ​ພື້ນຖານ​ທີ່​ສໍາຄັນ​ຂອງ​ການ​ພົວພັນ​ສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ