ລັດຖະມົນຕີ​ຕ່າງປະ​ເທດ​ຈີນແລະ​ນິວຊີ​ແລນ​ພົບ​ປະ​ກັນ
2015-05-05 19:09:48  cri 
  ວັນ​ທີ 5 ພຶດສະພາ​ນີ້, ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ພົບ​ປະ​ກັບ​ທ່ານ​ມູໄຣ ​ເມັດກູລີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດນິວຊີ​ແລນທີ່​ໄດ້​ມາຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ.

  ທ່ານ​ຫວາງ​ຢີ້ກ່າວ​ວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ-ນິວຊີ​ແລນ​ໄດ້​ຮັກສາ​ທ່າ​ຂະຫຍາຍ​ທີ່​ດີ. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍນິວຊີ​ແລນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ເຊິ່ງກັນ​ແລະ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສືບ​ຕໍ່​ລົງ​ເລິກ​ການ​ແລກປ່ຽນແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະ​ກິດ​ການ​ຄ້າ, ການ​ປະຕິບັດ​ກົດໝາຍ, ວັດທະນະທຳ​ແລະ​ອື່ນໆ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ແລະບັນຫາທີ່ອ່ອນ​ໄຫວ​ໃຫ້​ເໝາະ​ສົມ, ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຈີນ​-ນິວຊີ​ແລນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່. ທ່ານ​ຫວາງ​ຢີ້ຍັງ​​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ຈິງຈັງ​ຕໍ່ກໍລະນີທີ່ມີຂ່າວລາຍ​ງານ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າຝ່າຍນິວຊີ​ແລນ​​​ໄດ້​ມີແຜນການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດທີ່​ແນ​ໃສ່​​ອົງການຕ່າງປະ​ເທດ​ຂອງຈີນ​ປະຈຳ​ນິວຊີ​ແລນ​, ທັງ​ໄດ້ຊີ້ແຈ້ງ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ.

  ທ່ານ​​ເມັດກູລີກ່າວ​ວ່າ: ຝ່າຍ​ນິວຊີ​ແລນຮູ້ສຶກ​ພາກພູມ​ໃຈ​ຕໍ່ໝາກຜົນ​ອັນ​ອຸດົມສົມບູນຂອງ​ສາຍ​ພົວພັນ​ລະຫວ່າງນິວຊີ​ແລນ-ຈີນ​ໃນຊຸມ​ປີຜ່ານ​ມາ​ນີ້, ຍິນ​ດີ​ສືບ​ຕໍ່​ພະຍາຍາມຮ່ວມ​ກັບ​ຝ່າຍ​ຈີນ, ​ເພີ່ມ​ທະວີ​ການໄປມາຢ້ຽມຢາມ​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່ແທ້​ຈິງ​ແລະ​ການ​ແລກປ່ຽນຢ່າງມີ​ໄມຕີ​ຈິດ​ມິດຕະພາບ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ແລະ​ອື່ນໆ, ຊຸກຍູ້​ສາຍ​ພົວພັນ​ລະຫວ່າງນິວຊີ​ແລນ-ຈີນ​ໃຫ້​ໄດ້​ຮັບ​ໝາກຜົນ​ອັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​​​ເມັດກູລີກ່າວຕື່ມ​ວ່າ: ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຝ່າຍນິວຊີ​ແລນດຳ​ເນີນ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ຕໍ່​ອົງການ​ການ​ທູດ​ຂອງ​ຈີນ​ນັ້ນ, ​ແມ່ນ​ບໍ່​ມີຫຼັກຖານອ້າງ​ອີງ, ຝ່າຍນິວຊີ​ແລນ​ສຸມ​ໃສ່​ການ​ພັດທະນາ​​ການ​ຮ່ວມ​ມື​ກັບ​ຝ່າຍ​ຈີນຢ່າງ​ຈິງ​ໃຈ, ທັງມີ​ຄວາມ​​ໝັ້ນ​ໃຈ​ຕໍ່​ອານາ​ຄົດ​ຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

  ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ