ຈີນ​ສະຫະພາບ​ເອີ​ລົບ​ຈັດການ​ສົນທະນາ​ດ້ານ​ຍຸດ​ທະ​ສາດ​ລະດັບ​ສູງ​ຮອບ​ທີ 5
2015-05-06 11:44:53  cri 

ວັນ​ທີ 5 ພຶດສະພາ​ນີ້ ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຢາງ​ເຈ​ຊື ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກັບ​ທ່ານ​ເຟ​ເດຣີກາ ​ໂມ​ເຮຣີນີ ຜູ້ຕາງໜ້າ​ລະດັບ​ສູງ​ຂອງ​ສະຫະພາບ​ເອີ​ລົບທີ່​ຮັບ​ຜິດ​ຂອບ​ນະ​ໂຍບາຍ​ກາ​ຕ່າງປະ​ເທດ​ແລະ​ຄວາມ​ໝັ້ນຄົງ ທັງ​ເປັນ​ຮອງ​ປະທານ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ໄດ້​ຮ່ວມ​ກັນ​ເປັນ​ປະທານ​ຈັດການ​ສົນທະນາ​ດ້ານ​ຍຸດ​ທະ​ສາດ​ລະດັບ​ສູງ​ລະຫວ່າງ​ຈີນ-​ສະຫະພາບ​ເອີ​ລົບ​ຮອບ​ທີ 5.

ທ່ານ​ຢາງ​ເຈ​ຊືກ່າວ​ວ່າ, ນັບ​ແຕ່​ຈີນ​ກັບ​ສະຫະພາບ​ເອີ​ລົບ​ໄດ້​ສ້າງສາ​ຍພົວພັນ​ທາງ​ການ​ທູດ​​ໃນ 40 ປີ​ມາ​ນີ້ ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ພັດທະນາ​ຢ່າງຮອບດ້ານ, ​ແລະ​ການ​ພັດທະນາ​ແ​ບບນີ້​ແມ່ນ​ຢູ່​ໃນ​ລະດັບ​ສູງ​ຕະຫຼອດ​ມາ. ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ສະຫະພາບ​ເອີ​ລົບ​ກວມ​ເອົາ​ຫຼາຍ​ກວ່າ​ 100 ຂົງ​ເຂດ, ​ແລະ​ໄດ້​ຮັບ​ໝາກຜົນ​ຢ່າງ​ອຸດົມສົມບູນ, ທັງ​ນຳ​ເອົາ​ຜົນ​ປະ​ໂຫຍ​ດທີ່​ແທ້​ຈິງ​ມາ​ໃຫ້ປະຊາຊົນ​ສອງ​ຝ່າຍ. ທັງ​ສອງ​ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະ​ປະສານ​ສົມທົບກັນ​ດ້ານ​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ, ອອກ​ແຮງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ດ້ານ​ເສດຖະກິດ​ການ​ຄ້າ.

ທ່ານ​ຢາງ​ເຈ​ຊືຍັງ​ໄດ້​ແນະນຳ​ນະ​ໂຍບາຍ​ມາດ​ຕະການ​ຂອງ​ຈີນ​ໃນ​ການ​ລົງ​ເລິ​ກການ​ປະຕິ​ຮູບ​ຢ່າງຮອບດ້ານ​ແລະ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ທີ່​ໝັ້ນໜຽວ​ບໍ່​ປ່ຽນ​ແປງ, ທ່ານ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກັບ​ທ່ານ ໂມ​ເຮຣີນີກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ.

ຫຼັງ​ຈາກ​ໄດ້​ສົນທະນາ​ກັນ​ແລ້ວ, ທ່ານ​ຢາງ​ເຈ​ຊືກັບ​ທ່ານ ໂມ​ເຮຣີນີ ​ໄດ້​ຮ່ວມ​ກັນ​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ