ສະຫະພາບ​ເອີ​ຣົບຄາດ​ຄະ​ເນ​ວ່າ: ​​ເສດຖະກິດ​ຂອງເຂດ​ໃຊ້​ເງິນ​​ເອີ​ໂຣ​ແລະ ​ສະຫະພາບ​ເອີຣົບ​ໃນ​ປີ​ນີ້​ຕ່າງ​ຈະ​ເພີ່ມ​ຂຶ້ນຫຼາຍ​ກວ່າ 1%
2015-05-06 17:01:22  cri 
ຄະນະ​ກຳມາ​ທິການ​ສະຫະພາບ​ເອີຣົບ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​​ແລ​ມອງ​ເສດຖະກິດ​ໃນ​ລະດູ​ໃບ​ໄມ້​ປົ່ງ​ໂດຍ​ຄາດ​ຄະ​ເນ​ວ່າ​: ໃນ​ປີ 2015, ​ເສດຖະກິດ​ຂອງ​ເຂດ​ໃຊ້​ເງິນ​​ເອີ​ໂຣຈະ​ເພີ່ມ​ຂຶ້ນ 1,5% ​ແລະ ສະຫະພາບ​ເອີຣົບຈະ​ເພີ່ມ​ຂຶ້ນ 1,8%, ​ເຊິ່ງຕ່າງ​ໄດ້​ສູງ​ກວ່າ​ຕົວ​ເລກ​ຂໍ້​ມູນ​ຂອງບົດ​ລາຍ​ງານ​​ແລ​ມອງ​ເສດຖະກິດ​ໃນ​ລະດູ​ໜາວທີ່​ເຜີຍ​ແຜ່​​ໃນ 3 ​ເດືອນ​ກ່ອນນັ້ນ 0,2% ​ແລະ 0,1%.

ບົດ​ລາຍ​ງານ​ກ່າວ​ວ່າ: ​ເນື່ອງ​ຈາກ​ວ່າການ​ບໍລິ​ໂພ​ກສ່ວນ​ຕົວ​ໃນ​ປີ​ນີ້​ຈະ​​ເລັ່ງຄວາມໄວ​ຂຶ້ນ, ການ​ລົງທຶນກໍ່ຈະຟື້ນ​ຕົວຂຶ້ນ​ໃນ​ປີໜ້າ, ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ​ກາຍ​ເປັນ​ປັດ​ໄຈ​ທີ່​ສຳຄັນ​ຂອງ​ການ​ເຕີບ​ໂຕ​ດ້ານເສດຖະກິດ. ນອກ​ນີ້, ການ​​ເຕີບ​ໂຕ​ຂອງ​ເສດຖະກິດ​ຍັງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ທີ່ສືບ​ຕໍ່​ຢູ່​ໃນ​ລະດັບ​ຕ່ຳ, ເສດຖະກິດ​ຂອງ​ໂລກ​ມີ​ການ​ເຕີບ​ໂຕ​ຢ່າງໝັ້ນ​ທ່ຽງ, ​ເງິນ​​ເອີ​ໂຣຫຼຸດ​ລາຄາ​ຢ່າງ​ຕໍ່​ເນື່ອງ​ແລະ​ປັດ​ໄຈ​ອື່ນໆ.

ບົດ​ລາຍ​ງານ​ກ່າວ​ຕື່ມ​ວ່າ: ​ໃນ​ປີ 2015, ​ເຢຍລະ​ມັນ​ຊຶ່ງ​ເປັນ​ອົງ​ກອນ​ເສດຖະກິດ​​ໃຫຍ່ອັນ​ດັບ​ໜຶ່ງ​ຂອງ​​ເຂດ​ໃຊ້​ເງິນ​ເອີ​ໂຣຄາດ​ວ່າ​​ຈະ​ເຕີບ​ໂຕ 1,9% ​ແລະປີ 2016 ຈະ​ເຕີບ​ໂຕ 2%. ສ່ວນ​ເສດຖະກິດ​ຂອງ​ໄຊ​ປຼັດ​ໃນ​ປີ 2015 ຈະ​ເພີ່ມ​ຂຶ້ນ​ລົບ 0,5%​ ​ແລະປີ 2016 ລົບ 1,4%, ​ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕຕິດ​ລົບ​ພຽງປະ​ເທດດຽວ​ຂອງ​ເຂດ​ໃຊ້​ເງິນ​ເອີ​ໂຣ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ