ອາ​ເມ​ລິ​ກາ​ອະນຸມັດ​ໃຫ້​ເປີດ​ເສັ້ນທາງ​ເຮືອ​ໂດຍສານຈາກ​ອາ​ເມ​ລິ​ກາ​​ໄປ​ກູ​ບາ
2015-05-06 17:02:19  cri 
ຄຽງ​ຄູ່​ກັບ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ກູ​ບາ​ໄດ້ມີ​ທ່າ​ອ່ຽງ​ແຫ່ງ​ການ​ພັດທະນາ​ທີ່​ດີ, ວັນ​ທີ 5 ພຶດສະພາ​ນີ້, ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ອະນຸມັດ​ໃຫ້​ບໍລິສັດ​ຢ່າງ​ໜ້ອຍ​ສອງ​ແຫ່ງ​ຂອງ​ລັດຟລໍຣີດາ​ເລີ່​ມ​ເປີດ​ເສັ້ນທາງ​ເຮືອ​ໂດຍສານ​ຕໍ່​ກູ​ບາ.

ຕາມ​ເວັບ​ໄຊ​ຂອງ "ໜັງສືພິມ The Sun Sentinel daily" ຂອງ​ລັດ​ຟໍ​ລຣີດາລາ​ຍງານ​ວ່າ: ບໍລິສັດ​ສອງ​ແຫ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ບັນທຸກ​ນັກ​ທ່ອງ​ທ່ຽວຊາວອາ​ເມ​ລິ​ກາທີ່​ໄດ້​ຮັບ​ການ​ອະນຸມັດ​ໃຫ້​ໄປ​ກູ​ບາ, ​ໃນ​ນັ້ນ​ລວມທັງ​ຜູ້​ຄົນ 12 ຈຳພວກ​ທີ່​ບໍ່​ຕ້ອງ​ຮ້ອງ​ຂໍ​ໃບ​ອະນຸຍາດ​ລ່ວງ​ໜ້າ.

ມື້​ດຽວ​ກັນ, ​ເວັບ​ໄຊ​ຂອງ​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ​ມາດ​ຕະການ​ຊີ້​ນຳ​ການ​ດຳ​ເນີນກາ​ນບໍລິການ​ຂອງ​​ເຮືອໂດຍສານລະຫວ່າງອາ​ເມ​ລິ​ກາ-ກູ​ບາ, ​ໂດຍ​ໄດ້​ວາງ​ຂໍ້​ກຳນົດ​ກ່ຽວ​ກັບການ​ບັນທຸກ​ຜູ້​ຄົນ​​ແລະ​ປະ​ເພດ​ສິນຄ້າ​ແລະ​ອື່ນໆ.

ອາ​ເມ​ລິ​ກາ​ໄດ້​ປະກາດ​ປະຕິບັດ​ການ​ປິດ​ລ້ອມ​ດ້ານ​ເສດຖະກິດ​ແລະ​ການ​ເງິນ​ທັງ​ຫ້າມ​ຂົນ​ສົ່ງສິນຄ້າ​ເຂົ້າ​ອອກ​ກູ​ບາ​ໃນ​ປີ 1962, ການ​ບໍລິການ​​ເຮືອ​ໂດຍສານ​ລະຫວ່າງສອງ​ປະ​ເທດ​ຈຶ່ງ​ໄດ້​ຢຸດຕິ​ດຳ​ເນີນ​ງານຍ້ອນ​ສາ​​ເຫດ​ດັ່ງກ່າວ. ​ເດືອນ​ທັນວາ​ຂອງ​ປີ 2014 , ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ ​ແລະ ທ່ານຣາອູ​ນ ​ໂມ​ເດີ​ສ໌​ໂຕ ກາສ​ໂຕຣຣຸສ໌, ຜູ້ນຳ​ຂອງ​ກູ​ບາ​ໄດ້​ປະກາດ​ໃນ​ເວລາ​ດຽວ​ກັນ​ວ່າ​ຈະ​ເລີ່​ມຕົ້ນຂະ​ບວນການຟື້ນ​ຟູການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ຄືນ​ສູ່​ປົກກະຕິ. ລັດຖະບານ​ບາຣັກ ​ໂອ​ບາ​ມາ​ໄດ້​ປະກາດ​ໃນ​ປີ​ນີ້​ວ່າຈະ​ຜ່ອນ​ຄາຍ​ຄວາມ​ຈຳກັດ​ດ້ານ​ການທ່ອງທ່ຽວ​ແລະ​ການ​ຄ້າ​ຕໍ່​ກູ​ບາ, ​ໃນ​ນັ້ນ, ລວມທັງ​ການ​ອະນຸຍາດ​ໃຫ້​ຜູ້ທີ່​ຈະ​ໄປ​ຢ້ຽມ​ຢາມ​ຄອບຄົວຫຼື​ຍາດຕິ​ພີ່ນ້ອງ​ແລະ​ຜູ້​ເຂົ້າ​ຮ່ວມ​ກິດຈະກຳ​ດ້ານ​ການ​ສຶກສາ​ແລະອື່ນໆ​ທັງ​ໝົດ 12 ຈຳພວກ​​ເດີນທາງ​ໄປ​ກູ​ບາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ