ດ່ານ​ຢາ​ດົງ​ຈີນ-ອິນ​​ເດຍ​ເປີດການ​ນໍາ​ໃຊ້​​ຢ່າງເປັນທາງຫຼັງ​ໄພ​ແຜ່​ນດິນ​ໄຫວ
2015-05-06 15:30:55  cri 

ພາຍຫຼັງ​ເນ​ປານ​ໄດ້​ເກີດ​ໄພ​​ແຜ່ນດິນ​ໄຫວ​ຂະໜາດ 8,1 ລິກ​ເຕີ​ແລ້ວ, ຍ້ອ​ນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​​ແຜ່ນດິນ​ໄຫວ​ໃນ​ຄັ້ງ​ນີ້, ​ເມືອງຢາ​ດົງ ນະຄ​ອນ​ຊີ​ກາ​ເຊ​​ເຂດ​ຕິ​ເບ​ດຂອງ​ຈີນ​ກໍ່​ໄດ້​ປະສົບ​ແຮງ​ສັ່ນ​ສະ​ເທືອ​ນຢ່າງ​ຮ້າຍ​​ແຮງ. ຕາມການ​ລາຍ​ງານ​ຂ່າວ​ໃນ​ວັນ​ທີ 5 ພຶດສະພາ​ນີ້​ວ່າ, ຜ່ານ​ວຽກ​ງານ​ກູ້​ໄພ​ຢ່າງ​ເຄັ່ງ​ຮ້ອນ​ໃນ​ໄລຍະ​ໜຶ່ງ, ພາຍຫຼັງ​ການ​ກໍາຈັດ​ປັດ​ເປົ່າ​ໄພ​ອັນຕະລາຍ​ທີ່​ແອບ​ແຝງ​ດ້ານ​ຄວາມ​ປອດ​ໄພ​ທຸກ​ປະການ​ແລ້ວ​, ອີງ​ຕາມ​ສັນຍາ​ທີ່​ກ່ຽວຂ້ອງ​ລະຫວ່າງ​ຈີນ​ກັບ​ອິນ​ເດຍ, ດ່ານ​ຢາ​ດົງ ​ເຊິ່ງ​ເປັນດ່ານ​ການ​ຄ້າ​ຊາຍ​ແດນ​ພຽງ​ດ່ານ​ດຽວ​ທີ່ຢູ່​ຊາຍ​ແດນ​ທາງ​ບົກຈີນ-ອິນ​ເດຍນັ້ນ ​ໄດ້​ເປີດ​ການ​ນໍາ​ໃຊ້​ຢ່າງ​ເປັນ​ທາງການ​​ແລ້ວໃນວັນ​ທີ 4 ພຶດສະພາ​ນີ້, ການ​ຄ້າ​ຊາຍ​ແດນ​ກໍ່​ໄດ້​ເລີ່​ມຂຶ້ນ​ໄປ​ພ້ອມໆກັນ.

ຄະນະ​ກໍາມະການ​ການ​ຄ້າ​ຊາຍ​ແດນ​ຢາ​ດົງ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ​ວັນ​ທີ 4 ພຶດສະພາ​ນີ້ ​ເຊິ່ງ​ເປັນ​ມື້​ເປີດ​ການ​ນໍາ​ໃຊ້​ດ່ານ​ດັ່ງກ່າວ, ຜູ້ຕາງໜ້າ​ຂອງ​ສະມາຄົມ​ກາ​ນຄ້າ​ຂອງ​ຝ່າຍ​ຈີນຈໍານວນ 17 ຄົນ ​ໄດ້​ເດີນທາງ​ໄປ​ເຖິງ​ຕະຫຼາດ​ຊາງ​ກູ​ຂອງ​ອິນ​ເດຍ ​ເພື່ອ​ດໍາ​ເນີນ​ການ​ເຈ​ລະ​ຈາ​ກັບ​ສະມາຄົມ​ການ​ຄ້າ​ຂອງ​ຝ່າຍ​ອິນ​​ເດຍກ່ຽວ​ກັບ​ລາຄາ​ສິນຄ້າ, ບັນຊີ​ລາຍ​ຊື່​ຂອງ​ສິນຄ້າ, ອັດຕາ​ແລກປ່ຽນ​ເງິນຢວນກັບ​ເງິນ​ຣູປີ​ອິນ​ເດຍ ​ແລະ​ບັນຫາ​ອື່ນໆ, ສອງ​ຝ່າຍ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ