ອົງການ​ສະຫະ​ປະຊາ​ຊາດ​ຈັດ​ກອງ​ປະຊຸມ​ລະ​ລຶກສົງຄາມ​ໂລກ​ຄັ້ງ​ທີສອງ​ສິ້ນ​ສຸດລົງ​ຄົບຮອບ 70 ປີ
2015-05-06 16:01:10  cri 
ວັນ​ທີ 5 ພຶດສະພາ​ນີ້, ທ່ານ​ອີ​ເຈິ້ງ​ເຊີງ, ປະທານ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ອັບ ຈາ​ຮາ, ປະທານ​ສະພາ​ສູງ​ມາ​ເລ​ເຊຍ.

ທ່ານ​ອີ​ເຈິ້ງ​ເຊີງ​ກ່າວ​ວ່າ, ຈີນ​ມາ​ເລ​ເຊຍ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ​, ສອງ​ປະ​ເທດ​ມີ​ມິດຕະພາບ​ອັນຍາວ​ນານ. ຫວັງ​ວ່າ​ສອງ​ຝ່າຍ​ສືບ​ຕໍ່​ເພີ່​ມທະວີ​ການ​ໄປມາຫາສູ່​ກັນ​​ໃນ​ລະດັບສູງ, ລົງ​ເລິກ​ຄວາມ​​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ​ທາງດ້ານ​ຍຸດ​ທະ​ສາດ, ​ເປີດ​ກວ້າງ​ການ​ເຊື່ອມ​ໂຍງ​ເຂົ້າຫາກັນ​ທາງດ້ານ​ຜົນ​ປະ​ໂຫຍ​ດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ອອກ​ແຮງ​ຊຸກຍູ້​ການ​ແລກປ່ຽນ​ທາງດ້ານ​ວັດທະນະທຳ. ສະພາ​ປຶ​ກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ການ​ພົວພັນ​ກັບ​ສະພາ​ສູງ​ມາ​ເລ​ເຊຍ, ຍິນ​ດີ​ເຮັດ​ໃຫ້ການ​ໄປມາຫາສູ່​ກັນ​​ໃກ້ຊິດ​ຂຶ້ນກວ່າ​ເກົ່າ, ​ແລະ​ດຳ​ເນີນ​ການ​ແລກປ່ຽນ​ຮ່ວມ​ມື​ກ່ຽວ​ກັບ​ການ​ດຳ​​ເນີນ​ການປົກຄອງ, ​ເຂົ້າ​ຮ່ວມ​ການປົກຄອງແລະ​ປຶກສາ​ຫາລື​ວຽກ​ງານ​ການ​ປົກຄອງ.

ທ່ານ​ອັບ ຈາ​ຮາ​ກ່າ​ວ່ວາ, ມາ​ເລ​ເຊຍ​ແລະ​ຈີນ​ມີ​ມິດ​ຕະພາບ​ອັນ​ໜັກ​​ແໜ້ນ, ຫວັງ​ວ່າ​ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ຈີນ, ​ຍົກ​ສູງ​ການ​ພົວພັນ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ