​ເນື້ອ​ທີ່​ປ່າ​ໄມ້​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ອາດ​ຈະ​ຫຼຸດ​ລົງ 30 ລ້ານ​ເຮັກຕາ
2015-05-06 16:24:36  cri 
  ແຫຼ່ງຂ່າວ​ຈາກ​ກະຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ: ຕາມ​ໜັງສືພິມ Myawaddy Daily newspaper ຂອງ​ມຽນມາສະບັບ​ວັນ​ທີ 2 ພຶດສະພາ​ນີ້​ລາຍ​ງານ​ວ່າ: ອົງການອະນຸລັກສິ່ງ​ແວດ​ລ້ອມອົງການ​ໜຶ່ງ​ໄດ້​ເຜີ​ຍ​ແຜ່ບົດ​ລາຍ​ງານສະບັບ​ໜຶ່ງ​ໂດຍ​ກ່າວ​ວ່າ, ​ໃນ​ອານາ​ຄົດ, ​ເນື້ອ​ທີ່​ປ່າໄມ້​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເຊິ່ງລວມທັງ​ມຽນມາ, ກຳປູ​ເຈຍ, ລາວ, ​ໄທ​ແລະ​ຫວຽດນາມ​ນັ້ນ, ອາດ​ຈະ​ຫຼຸດ​ລົງ 30 ລ້ານເຮັກຕາ.

  ຄຽງ​ຄູ່​ກັບ​ການທຳລາຍ​ປ່າໄມ້​ທີ່​ຜິດ​ກົດໝາຍ​ແລະທີ່​ດິນ​ນຳ​ໃຊ້​ໃນ​ຂະ​ແໜງກະສິກຳ, ປູກຝັງ, ລ້ຽງສັດ​ມີ​ການແຜ່ຂະຫຍາຍ, ​ໃນ​ໄລຍະ​ແຕ່​ປີ 1973 ຫາ​ປີ 2009, ​ເນື້ອ​ທີ່ປ່າໄມ້​ໄດ້​ຫຼຸດ​ລົງ 1 ສ່ວນ​ 3 ຢ່າງ​ວ່ອງ​ໄວ, ຄາດ​ວ່າ​ແຕ່​ປີ 2010 ຫາປີ 2030, ​ເນື້ອ​ທີ່ປ່າ​ໄມ້​ທີ່​ຖືກ​ທຳລາຍ​ນັ້ນ, ຈະ​ເພີ່ມ​ຂຶ້ນ​ຮອດ 30 ລ້ານເຮັກຕາ​ຈາກ 15 ລ້ານ​ເຮັກຕາ​ໃນ​ກ່ອນ​ໜ້າ​ນີ້. ໜັງສືພິມ​ດັ່ງກ່າວ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ເຂົ້າ​ໜ້າ​ທີ່ຈາກ​ກະຊວງອະນຸລັກສິ່ງ​ແວດ​ລ້ອມ​ແລະ​ປ່າ​ໄມ້​ມຽນມາວ່າ: ​ເປົ້າ​ໝາຍ​​ແຫ່ງການ​ອະນຸລັກແລະການ​ປູກ​ໄມ້ແມ່ນ​ໃຫ້ທ້ອງ​ຖິ່ນ​ຕ່າງໆ​ຈັດ​ຕັ້ງວາງ​ແຜນ​ເພື່ອ​ສຳ​ເລັດໃຫ້ມີ​ບໍລິ​ເວນ​ເນື້ອ​ທີ່​ປ່າ​ໄມ້​ຈຳນວນ​ເກືອບ 9 ​ແສນ 2 ໝື່ນ​ເຮັກຕາ​ພາຍ​ໃນ 30 ປີ, ​ເຊິ່ງປະຈຸ​ບັນ​ນີ້​ໄດ້​ສຳ​ເລັດ​ແລ້ວປະມານ 8 ໝື່ນ​ເຮັກຕາ​ແລ້ວ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ