ຜູ້ຊ່ຽວຊານໄທກ່າວວ່າ: ການນຳຈັບ​ຜູ້ກະທຳ​ຜິດ​ກົດໝາຍທີ່​ໂຕນ​ໜີ​ໄປ​ຢູ່ຕ່າງປະ ເທດ​ເພາະ​ທວງ​ຄືນ​ຂອງ​ກາງຂອງ​ເຂົາ​ເຈົ້າຄວນເພີ່ມທະວີການຮ່ວມມືໃນຫຼາຍຊ່ອງທາງ
2015-05-06 17:23:55  cri 
  ວັນທີ 6 ພຶດສະພານີ້, ທ່ານຫຼິວຮວາຢວນ, ປະທານສະມາຄົມນິຕິສາດໄທ-ຈີນ, ທີ່ປຶກສາກະຊວງຍຸຕິທຳໄທໄດ້ໃຫ້ສຳພາດຕໍ່ນັກຂ່າວໂດຍ ກ່າວວ່າ: ການຕ້ານການ ສໍ້ລາດບັງຫຼວງ​​ເປັນ​ບັນຫາຂອງ​ທົ່ວ​ໂລກ, ການນຳຈັບ​ຜູ້ກະທຳ​ຜິດ​ກົດໝາຍທີ່​ໂຕນ​ໜີ​ໄປ​ຢູ່ຕ່າງປະເທດ​ເພາະ​ທວງ​ຄືນ​ຂອງ​ກາງຂອງ​ເຂົາ​ເຈົ້າຄວນເພີ່ມທະວີການຮ່ວມມືໃນຫຼາຍຊ່ອງທາງ.

  ທ່ານຫຼິວຮວາຢວນກ່າວ​ວ່າ: ປະຈຸ​ບັນ, ປະ​ເທດຕ່າງໆ​ໄດ້​ອາ​ໄສ​ເຊິ່ງກັນ​ແລະ​ກັນ, ​ແລະ​ມີ​ຜົນ​ປະ​ໂຫຍ​ດທີ່​ສະຫຼັບ​ກັນ. ການຕ້ານການ ສໍ້ລາດບັງຫຼວງ​​ຕ້ອງ​ໃຫ້ປະ​ເທດຕ່າງໆ​ໃນ​ທົ່ວ​​ໂລກ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ, ມີ​ແຕ່​​ເຮັດ​ແນວ​ນີ້​, ຈຶ່ງ​ຈະສາມາດ​ນຳ​ຈັບ​ບຸກຄົນ​ທີ່​ກ່ຽວຂ້ອງມາ​ລົງ​ໂທດ​ຕາມ​ກົດໝາຍ​ໄດ້. ທ່ານ​ເຫັນ​ວ່າ: ນອກຈາກ​ຊ່ອງ​ທາງ​ການຕ່າງປະ​ເທດ​ທີ່​ເປັນ​ທາງ​ການ​ແລ້ວ, ການນຳຈັບ​ຜູ້ກະທຳ​ຜິດ​ກົດໝາຍທີ່​ໂຕນ​ໜີ​ໄປ​ຢູ່ຕ່າງປະເທດຍັງ​ສາ​ມາດເພີ່ມທະວີການຮ່ວມມືໃນຫຼາຍຊ່ອງທາງ, ​ເຊິ່ງລວມທັງ​ການເສີມ​ຂະຫຍາຍກຳລັງພາກປະຊາຊົນ​ໃຫ້​ຫຼາຍກວ່າ​ເກົ່າ.

  ທ່ານຫຼິວຮວາຢວນສະ​ເໜີ​ວ່າ: ຈີນ​ມີ​ຄວາມ​ຈຳ​​ເປັນ​ເຊັນ​ສົນທິສັນຍາວ່າ​ດ້ວຍ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນກັບປະ​ເທດ​ຕ່າງໆ​ໃຫ້​ຫຼາຍ​ກວ່າ​ເກົ່າ​, ຂະນະ​ດຽວ​ກັນ​ນີ້, ຕ້ອງ​ປັບປຸງ​ແລະ​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການຕ້ານ​ການ​ຟອກ​ເງິນ​ຕື່ມ​ອີກ, ຈຶ່ງ​ຈະສາມາດ​ຫຼຸດກໍລະນີ​ທີ່​ເຈົ້າ​ໜ້າ​ທີ່​ຜູ້​ກະທຳ​ຜິດ​ຍ້າຍ​ຄອບຄົວ​ແລະ​ຊັບ​ສິນ​​ໄປຢູ່​ຕ່າງປະ​ເທດ​ໃຫ້​ໜ້ອຍ​ລົງ, ທັງຕັດ​​ເສັ້ນທາງ​ຫຼັງຜູ້​ສໍ້​ລາດ​ບັງ​ຫຼວງ, ​ແລະ​ເປັນ​ການ​ສ້າງ​ຄວາມ​ກົດ​ດັນ​ອັນ​ໃຫຍ່​ຫຼວງ​ຕໍ່​ຄົນ​ຈຳ​ພວກ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ