ເນ​ປານ​ອາດ​ຈະ​ກາຍ​ເປັນ​ລູກ​ຄ້າລາຍ​ທຳ​ອິດ​ຂອງ​ທະນາຄານ AIIB
2015-05-06 15:49:16  cri 
    ພາຍຫຼັງ​ເກີດ​ໄພ​ແຜ່ນດິນ​​ໄຫວ​ທີ່​ຮຸນ​ແຮງ​ໃນ​ວັນ​ທີ 25 ​ເມສາ​ທີ່​ຜ່ານ​ມາ, ລັດຖະບານ​ເນ​ປານ​ກ່າວ​ວ່າ, ປັດຈຸບັນ ​​ເກືອບ​ບໍ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຄົ້ນພົບ​ຜູ້​ລອດ​ຊີວິດ​ໃນ​ຊາກ​ເພພັງ​ແລ້ວ, ສະນັ້ນ, ຈຶ່ງ​ກຽມ​ສິ້ນສຸດ​ການ​ເຄື່ອນ​ໄຫວຄົ້ນຫາ​ແລະ​ຊ່ວຍ​ເຫຼືອ, ​ແລະ​ຫັນ​ວຽກ​ງານ​ຈຸດ​ໜັກ​ໄປ​ສູ່​ການ​ຊ່ວຍ​ເຫຼືອປະຊາຊົນ​ຜູ້​ປະສົບ​ໄພ, ຟື້ນ​ຟູ​ແລະ​ສ້າງສາ​ຄືນ​ໃໝ່. ວັນ​ທີ 4 ພຶດສະພາ​ນີ້, ​ເຈົ້າໜ້າ​ທີ່​ເນ​ປານ​ກ່າວ​ວ່າ, ການ​ສ້າງສາ​ຄືນ​ໃໝ່ຫຼືການ​ຟື້ນຟູຫຼັງ​ໄພພິບັດ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອຈາກ​ສາກົນ 1 ຕື້ 800 ລ້ານ​ໂດ​ລາ, ລັດຖະບານ​ເນ​ປານ​ມີ​ເຈຕະນາ​ຢາກ​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອດ້ານ​ການ​ເງິນ​ຈາກ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ ຫຼື AIIB ທີ່​ກຽມ​ຈະສ້າງຕັ້ງຂຶ້ນ.

    ທ່ານຣາມ ຊາຣັນ ມາ​ຮັດ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຂອງ​ເນ​ປານ​ກ່າວ​ວ່າ, ປັດຈຸບັນ, ລັດຖະບານ​ພວມ​ຄິດ​ໄລ່​ຄ່າ​ໃຊ້​ຈ່າຍ​ທີ່​ຕ້ອງການ​ໃນ​ການ​ປຸກ​ເຮືອນ​ໃໝ່, ສ້ອມ​ແປງ​ລະ​ບົນ​ຖະໜົນ​ຫົນທາງ​ແລະ​ມໍລະດົກ​ໂລກ, ​ແລ້ວ​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອດ້ານ​ການ​ເງິນ​ຈາກ​ທະນາຄານ AIIB.

    ອີງ​ຕາມ​​ແຜນການ​ວຽກ​ງານ​ກຽມ​ສ້າງຕັ້ງທະ​ນາ​ຄານ AIIB, ອົງການ​ພັດທະນາຫຼາຍຝ່າຍ​ຂອງ​ພາກ​ພື້ນ​ອາຊີ​ດັ່ງກ່າວ ຈະ​ສ້າງຕັ້ງຂຶ້ນ​ຢ່າງ​ເປັນ​ທາງການກ່ອນ​ທ້າຍ​ປີ​ນີ້. ສຳນັກ​ຂ່າວສານ​ກຽວ​ໂດຍີ່ປຸ່ນ​ແຈ້ງ​ຂ່າວ​ວ່າ, ​ເນ​ປານ​ອາດ​ຈະ​ກາຍ​ເປັນ​ລູກ​ຄ້າ​ລາຍທຳ​ອິດ​ຂອງ​ທະນາຄານ AIIB.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ