ອາ​ເມ​ລິ​ກາ​ປະກາດ​ໃຫ້​​ເງິນ 20 ລ້ານ​ໂດ​ລາ​ເພື່ອ​ຈັບ​ກຸມ​ຫົວ​ໂປ່ຂອງ​ກຸ່ມ IS 4 ຄົນ
2015-05-06 16:33:07  cri 
    ວັນ​ທີ 5 ພຶດສະພາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ປະກາດ​ວ່າຈະ​ໃຫ້​ເງິນ 20 ລ້ານ​ໂດ​ລາ​ເພື່ອ​ຂໍ​ຮ່ອງຮອຍ​ກ່ຽວ​ກັບ​ຫົວ​ໂປ່​ຂອງ​ກຸ່ນ IS 4 ຄົນ, ​ເຊິ່ງມີ​ຈຸດປະສົງ​ເພື່ອ​ຈັບ​ກຸມ​ພວກ​ເຂົາ.

    ມື້​ດຽວ​ກັນ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງການ, ​ໂດຍ​ປະກາດ​ວ່າ​ຈະ​ໃຫ້​ເງິນ 7 ລ້ານ​ໂດ​ລາ​ເພື່ອ​ຂໍ​ຂໍ້​ມູນ​ຂ່າວສານ​ຂອງ​ອັນ ຣາຮ໌ມານ ມຸສຕາຟາ ອັນ ຄາ​ດຸ​ລີ, ​​ສ່ວນ​ການ​ໃຫ້ຂໍ​ຂໍ້​ມູນ​ຂ່າວ​ສານ​ຂອງ​ອາ​ບູ ​ໂມ​ຮາມ​​ເມັດ ອັນ ອັດ​ນາ​ດີ ​ແລະ ທາ​ຮານ ຕາ​ຢູມູຣາ​ໂຈ​ວິກ ບາ​ຕີຣາສ໌ວີ​ລີມີ​ມູນ​ຄ່າ​ຜູ້​ລະ 5 ລ້ານ​ໂດ​ລາ, ​ແລະ​ໃຫ້​ເງິນ 3 ລ້ານ​ໂດ​ລາ​ເພື່ອ​ຂໍ​ຂໍ້​ມູນ​ຂ່າວສານ​ຂອງ ຕາຣິກ ບິນ ອັນ ຕາ​ຮາ ບິນ ອັນ ຟາ​ລິ​ຮ໌ ອັນ ອາວ​ນີ ອັນ ຮາ​ຈີ.
ຖະ​ແຫຼງການ​ຂຽນ​ວ່າ, ມຸສຕາຟາ ອັນ ຄາ​ດຸ​ລີ ​ເຄີຍ​ເປັນ​ຜູ້​ຊ່ວຍ​ຂອງ​ອາ​ບູ ມູຊັບ ອັນ ຈາ​ຄາວີ, ຜູ້ນຳ​ກຸ່ມ​ອັນ​ໄຄ​ດາ​​ເຄືອ​ຂ່າຍ​ໃນ​ອີຣັກ, ພາຍຫຼັງ​ໄດ້​ຮັບ​ການ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ​ເມື່ອ​ຕົ້ນປີ 2012 ​ແລ້ວ ​ໄດ້​ເຂົ້າຮ່ວມ​ກຸ່ມ IS, ​ແລະ​ເດີນທາງ​ໄປ​ຊີຣີ; ອັນ ອັດ​ນາ​ດີ ​ແມ່ນ​ໂຄສົກ​ຂອງ​ກຸ່ມ IS, ຕາ​ຢູມູຣາ​ໂຈ​ວິກ ບາ​ຕີຣາສ໌ວີ​ລີ ​ແມ່ນ​ຜູ້​ບັນຊາ​ການ​ລະດັບ​ສູງ​ຜູ້​ໜຶ່ງ​ຂອງ​ກຸ່ມ IS, ສ່ວນອັນ ຮາ​ຈີ ​ແມ່ນ​ຜູ້ນຳ​ຂອງ​ກຸ່ມ IS ຢູ່​ຊາຍ​ແດນ​ຊີຣີກັບ​ຕວກກີ, ທັງ​ເປັນ​ຫົວໜ້າ​ຂອງ​ຜູ້ຫຼອນ​ໂຈມ​ຕີ​ແບບ​ສະຫຼະຊີບ​ທີ່​ກ່ຽວຂ້ອງ.

    4 ຄົນ​ດັ່ງກ່າວ​ໄດ້​ຖືກ​ກະຊວງ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ​ຈັດ​ເຂົ້າ​ເປັນ​ພວກ​ກໍ່​ການ​ຮ້າຍ​ລະດັບ​ໂລກ​ໃນ​ປີ​ກາຍ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ