ເມືອງ​ກວາງ​ໂຈ່​ວຈັດ​ງານ​ແລ​ກປ່ຽນ​ໝາກຜົນ​ດ້ານ​ວິທະຍາສາດເຕັກ​ໂນ​ໂລ​ຂີ​ແບບ​ປະດິດ​ສ້າງ​ຈີນຄັ້ງ​ປະຖົມມະ​ເລີກ
2015-05-23 17:35:41  cri 

ວັນ​ທີ 22 ພຶດສະພາ​ນີ້, ງານ​ແລກປ່ຽນ​ໝາກຜົນ​ດ້ານ​ວິທະຍາສາດເຕັກ​ໂນ​ໂລ​ຢີ​ແບບ​ປະດິດ​ສ້າງ​ຈີນ​ຄັ້ງ​ປະຖົມມະ​ເລີກໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ກວາງ​ໂຈ່​ວ. ທ່ານ​ຊ້າງ​ຢົງ ​ເລ​ຂາ​ຄະນະ​ພັກ, ຮອງ​ປະທານ​ຜູ້​ປະຈຳ​ການຂອງສະມາຄົມວິທະຍາສາດ​ເຕັກ​ໂນ​ໂລຊີ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ງານແລ​ກປ່ຽນ, ທ່ານກ່າວ​ວ່າ, "​ເຮັດ​ໃຫ້​ໝາກຜົນ​​ດ້ານ​ວິທະຍາສາດເຕັກ​ໂນ​ໂລ​ຢີຫັນ​ເປັນ​ອຸສາ​ຫະກຳ​ໃຫ້​ດີກ​ວ່າ​ເກົ່າ​ແລະໄວ​ກວ່າ​ເກົ່າ, ​ໃສ່​ພະລັງ​ຊີວິດ​ໃໝ່​​ເຂົ້າ​ໃນ​ການຍົກ​ລະດັບອຸສາ​ຫະກຳ​ແລະ​ການ​ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ​ແລະ​ການ​ພັດທະນາ​ຂອງວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ໃນ​ການ​ພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ"

ໜ່ວຍ​ງານ 680 ​ແຫ່ງ​ໄດ້ນຳ​ເອົາ​ໝາກຜົນ​ເຕັກ​ໂນ​ໂລ​ຢີ​ແບບ​ປະດິດ​ສ້າງ 1 ພັນ 100 ລາຍ​ມາເຂົ້າ​ຮ່ວມງານ​ແລກປ່ຽນໝາກຜົນ​ດ້ານ​ວິທະຍາສາດ​ເຕັກ​​ໂນ​ໂລ​ຢີ​ເທື່ອ​ນີ້. ພາຍ​ໃຕ້​ການ​ສະ​ໜັບສະ​ໜູນ ​ແລະ ການ​ຊຸກ​ຍູ້​ຂອງ​ສະມາຄົມວິທະຍາສາດ​ເຕັກ​ໂນ​ໂລ​ຢີຈີນ, ງານ​ແລກປ່ຽນ​ໝາກຜົນດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ແບບ​ປະດິດ​ສ້າງ​ຈະ​ຈັດ​ຢູ່​ເມືອງ​ກວາງ​ໂຈ່​ວ​ຢ່າງ​ຖາ​ວອນ.

ຂ່າວ​ແຈ້ງວ່າ, ​ຜ່ານ​ຈາກງານ​ແລ​ກປ່ຽນ​​ເຕັກ​ໂນ​ໂລ​ຢີ, ມີ​ໂຄງການ 20 ກວ່າ​​ໂຄງການຈະຈັດ​ຕັ້ງ​ປະຕິບັດ ​ແລະ ຫັນ​​​ແບບ​ຢູ່​ເມືອງ​ກວາງ​ໂຈ່​ວ ​ເຊິ່ງລວມທັງຫຼາຍ​ຂົງ​ເຂດ ​ເຊັ່ນ, ຫຸ່ນ​ຍົນ, ​ໂທລະ​ຄົມ, ​ແພດສາດ ​ແລະ ການ​ຢາ, ​ເຕັກ​ໂນ​ໂລ​ຢີທາງ​ທະ​ເລ ​ແລະ ​ເຕັກ​ໂນ​ໂລ​ຢີນາ​ໂນ​ແມັດ​ເປັນ​ຕົ້ນ, ​ໄດ້​ລົງທຶນ ​ແລະ ດຳ​ເນີນການ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າ​​ເກືອບ 2 ຕື້​ຢວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ