ເມື່ອ "ໝີ​ແບັກ​ແລັງ" ພົບ "ໝີ​ແພນດາ​ເສ​ສວນ"
2015-05-24 16:13:32  cri 

ວັນ​ທີ 21 ພຶດສະພາ​ນີ້, ງານ​ວາງສະ​ແດງ​ສິລະ​ປະ​ສາທາລະນະ​ໝີ​ແພນ​ດາ Heart Panda ທີ່​ດຳ​ເນີນເປັນ​ເວລາ 3 ມື້​ໄດ້​​ໄຂ​ຂຶ້ນ​ຢູ່​ສວນ​ໂລກ​ແຫ່ງ​ນະຄອນຫຼວງ​ແບັກ​ແລັງ. ໝີ​ແພນ​ດາ​ສິລະ​ປະ​ທີ່ຜະລິດ​ດ້ວຍ​ຫົວຄິດ​ປະດິດ​ສ້າງ​ທີ່​ດີງາມ 43 ​ໂຕ​ໄດ້​ສະ​ແດງ​ຢູ່​ເດີ່ນ​ຫຍ້າ​ສວນ​ໂລກ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໄປ​ຊົມ​ເບິ່ງ. ທ່ານ​ແຣນຮາດ ນາວ​ແມນຂອງ​ອົງການ​ປົກ​ຄອງ​ນະຄອນຫຼວງ​ແບັກ​ແລັງ​ດີ​​ໃຈ​ຫຼາຍ, ທ່ານ​ກ່າວ​ວ່າ, "​ເຢັຍລະ​ມັນ​ເຮົາ​ມີ​ໝີ​ແບັກ​​ແລັງ, ຈີນ​ມີ Heart Panda!"

ໝີ​ແພນ​ດາ​ສິລະ​ປະ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ

ງານ​ວາງສະ​ແດງ​ສິລະ​ປະ​ສາທາລະນະ​ໝີ​​ແພນ​ດາ Heart Panda ​​ແມ່ນຂອງ​ຂວັນ​ທີ່​ຄະນະ​ຜູ້​ແທນ​ເຊີງ​ຕູ່ທີ່​ເຂົ້າ​ຮ່ວມ "ສັບປະດາ​ອາຊີ​-ປາຊິ​ຟິກ​ແບັກ​ແລັງ--​ກິດ​ຈະ​ກຳ​ສຳຜັດ​ກັບ​ຈີນ" ມອບ​ໃຫ້​ພົນລະ​ເມືອງ​​ແບັກ​ແລັງ, ​ເພື່ອ​ສະ​ເຫຼີ​ມສະ​ຫຼອງ​ຈີນ ກັບ ​ເຢັຍລະ​ມັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 43 ປີ. ນີ້​ກໍ່​ແມ່ນ​ໝີ​ແພນ​ດາ​ວາງສະ​ແດງ​ຢູ່​ແບັກ​ແລັງ​ດ້ວຍ​ຮູບ​ແບບ​ສິລະ​ປະ​ສາທາລະນະ​ເປັນ​ເທື່ອ​ທຳ​ອິດ.

ໝີ​ແພນ​ດາ​ສິລະ​ປະ​ທີ່​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ

ຂ່າວ​ແຈ້ງວ່າ, ງານ​ວາງສະ​ແດງ​ສິລະ​ປະ​ສາທາລະນະ​ໝີ​ແພນ​ດາ Heart Panda ຈັດ​​ໄປ​ຮອດ​ວັນ​ທີ 23 ພຶ​ດສະພາ​ນີ້. ຫຼັງ​ຈາກ​ນັ້ນ, ຍັງຈະ​ເດີນທາງ​ໄປ​ສະ​ແດງ​ຢູ່​ນະຄອນ​ຊຽງ​ໄຮ​ໃນ​ເດືອນ​ກໍລະກົດ ​ແລະ ​ໄປຈັດ​ງານວາງສະ​ແດງ​ຢູ່​ມະຫາວິທະຍາ​ໄລອາ​ເມ​ລິ​ກາ​ໃນ​ເດືອນ​ຕຸລາ, ຮອດ​ເວລາ​ນັ້ນ ຈະ​ວາງສະ​ແດງຢູ່ມະຫາວິທະຍາ​ໄລຮາ​ວາດ(Harvard University), ມະຫາວິທະຍາ​ໄລຢາ​ເລ(Yale University)​ແລະ ມະຫາວິທະຍາ​ໄລ​ຊີ​ກາ​ໂກ(The University of Chicago ).

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ