ທ່ານຫຼີ​ເຄີ້ສຽງ​ເດີນທາງ​ໄປ​ຮອດ​ນະຄອນຫຼວງຊັງ​ຕີ​ອາ​ໂກ​ເພື່ອ​ຢ້ຽ​ມຢາມຈີ​ເລ​ຢ່າງ​ເປັນ​ທາງ​ການ
2015-05-25 10:26:24  cri 

ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ໄມ​ເຄນ ບາ​ເຊ​ເລັດ, ປະທານາທິບໍດີ​ຈີ​ເລ, ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ໄປ​ຮອດສະໜາມບິນສາກົນ​ຊັງ​ຕີ​ອາ​ໂກ​ດ້ວຍ​ຍົນ​ພິ​ເສດ​ໃນ​ຕອນ​ບ່າຍ​ວັນ​ທີ 24 ພຶດສະພາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​​ໂດຍ​ໄດ້ເລີ່​ມຢ້ຽມຢາມ​ຈີ​ເລ​ຢ່າງ​ເປັນ​ທາງ​ການ. ທ່ານ​ເຮຣານ​ໂດ ມູນົສ, ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ​ແລະ ​ເຈົ້າໜ້າ​ທີ່​ຂັ້ນສູງ​ທ່ານ​ອື່ນໆ​ຂອງ​ລັດຖະບານ​ຈີ​ເລ​ໄດ້​​ໃຫ້​ກຽດ​ຕ້ອນຮັບ​ທ່ານຫຼີ​ເຄີ້ສຽງ​.

 

​ໂອກາດ​ນີ້, ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ຈີ​ເລ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ທະວີບອາ​ເມ​ລິ​ກາ​ໃຕ້​ທີ່​ສ້າງສາຍ​ພົວພັນ​ທາງ​ການ​ທູດກັບປະ​ເທດ​ຈີນ​ໃໝ່, ​ແລະ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ທະວີບອາ​ເມ​ລິ​ກາ​ລາຕິນທີ່​​ໄດ້ຮ່ວມ​ກັບ​ຈີນ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ, ການ​ຂະຫຍາຍ​ການ​ພົວພັນ​ກັບ​ຈີນ​ຂອງ​ຈີ​ເລ​ໄດ້​ເດີນ​ຢູ່​ໃນ​ແຖວ​ໜ້າ​ຂອງ​ບັນດາ​ປະ​ເທດ​ພາກ​ພື້ນນີ້. ການ​ມາ​ຢ້ຽມຢາມຂອງຂ້າພະ​ເຈົ້າ​ໃນ​ຄັ້ງນີ້​ແມ່ນ​ເພື່ອ​ຮ່ວມ​ກັບ​ຝ່າຍ​ຈີ​ເລ​ໃນ​ການ​ປັບປຸງ​ໄມຕີ​ຈິດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ ​ແລະ ລົງ​ເລິກ​ການ​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ​ທາງ​ດ້ານ​ການ​ເມືອງລະຫວ່າງສອງ​ປະ​ເທດ, ຍົກ​ລະດັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆລະຫວ່າງ​ຈີນ-ຈີ​ເລ ​ເຊັ່ນ: ​ເຂດ​ການ​ຄ້າ​ເສລີ, ການ​ທະນາຄານ, ຄວາມ​ສາມາດ​ການ​ຜະລິດ, ການ​ຜະລິດ​ເຄື່ອງ​ອຸປະກອນ ​ແລະ ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ສູງ​ຂຶ້ນ, ຫັນປ່ຽນ​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ກາຍ​ເປັນ​ພະລັງ​ແຮງ​ແຫ່ງ​ການ​ພັດທະນາ​ໄວ​ຍິ່ງ​ຂຶ້ນຮ່ວມ​ກັນ​ຂອງ​ສອງ​ປະ​ເທດ, ​​​ເຮັດໃຫ້ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ຈີ​ເລ​ກ້າວ​ເດີນ​ໄປ​ສູ່​ເປົ້າໝາຍ​ທີ່​ສູງ​ກວ່າ​ເກົ່າ​ຈາກ​ຈຸດ​ເລີ່​ມຕົ້ນ​ໃໝ່.

​ໃນ​ໄລຍະ​ຢູ່ຢ້ຽມຢາມ, ທ່ານຫຼີ​ເຄີ້ສຽງ ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງໄມ​ເຄນ ບາ​ເຊ​ເລັດ, ປະທານາທິບໍດີ​ຈີ​ເລ ​ແລະ​ ຮ່ວມ​ກັນ​ເຂົ້າຮ່ວມ​ງານ​ຖະ​ແຫຼງຂ່າວຕໍ່​ສື່​ມວນ​ຊົນ, ພ້ອມ​ທັງ​ຈະ​ຮ່ວມ​ກັນ​ເຂົ້າຮ່ວມ​ກອງ​ປະຊຸມສຳມະນາ​ເສດຖະກິດ​ການ​ຄ້າ ​ແລະ ກອງ​ປະຊຸມຄະນະ​ກຳມະການ​ນັກທຸລະກິດ​ຈີນ-ຈີ​ເລຄັ້ງທີ 7 ​ເນື່ອງ​ໃນ​ໂອກາດ​ຈີນ-ຈີ​ເລຮ່ວມກັນສ້າງສາຍພົວພັນທາງການທູດຄົບຮອບ 45 ປີ. ນອກຈາກ​ນີ້, ທ່ານຫຼີເຄີ້ສຽງ ຍັງຈະກ່າວຄຳປາໄສ​ໃນ​ຄະນະ​ກຳມະການ​ເສດຖະກິດ​ອາ​ເມ​ລິ​ກາ​ລາ​ຕິນ​-ກາຣາອິບຕາມ​ຄຳ​ເຊີ​ນນຳ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ