ຈີນ ​ແລະ​ຈີ​ເລ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ
2015-05-26 17:04:43  cri 

ວັນ​ທີ 26 ພຶ​ດສະພາ​ນີ້, ​ເວັບ​​ໄຊ​ຂອງ​ກະຊວງ​ການ​ຄ້າ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ, ຈີນ ​ແລະ​ຈີ​ເລ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​​ໃຈ​ວ່າ​ດ້ວຍ​ການ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ, ​ເຫັນ​ດີ​ຄົ້ນ​ຄວ້າ​ພິຈາລະນາ​ຄວາມ​ເປັນ​ໄປ​ໄດ້ຂອງ​ການ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ​ຈີນ-​ຈີ​ເລ. ​ເພື່ອ​ເລື່ອງ​ດັ່ງ​ກ່າວ, ​ເຈົ້າ​ໜ້າ​ທີ່​ວຽກ​ງານ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ຝ່າຍ​ຈະ​ເລີ່​ມຈັດການ​ຄົ້ນຄວ້າ​ປະສົມ​ກ່ຽວ​ກັບ​ການ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ​ກ່ອນ​ເດືອນ​ສິງ​ຫາ​ປີ​ນີ້.

ສັນຍາ​ການ​ຄ້າ​ເສລີ​ຈີນ-ຈີ​ເລ​ແມ່ນ​ລົງ​ນາມ​ໃນ​ເດືອນ​ພະຈິກ​ຂອງ​ປີ 2005 ​ແລະ​ໄດ້​ເລີ່​ມປະຕິບັດ​ໃນ​ເດືອນ​ຕຸລາ​ຂອງ​ປີ 2006 ​ເຊິ່ງກວມ​ເອົາ​ການ​ຄ້າ, ການ​ຮ່ວມ​ມື ​ແລະ​ວຽກ​ງານ​ອື່ນໆ​ເປັນ​ຕົ້ນຕໍ, ຫຼັງ​ຈາກ​ນັ້ນ, ສອງ​ຝ່າຍ​ກໍ່​ໄດ້​ລົງ​ນາມ ​ແລະ​ປະຕິບັດ​ສັນຍາ​ເພີ່ມ​ຕື່ມ​ກ່ຽວກັບ​ການ​ຄ້າ​ການ​ບໍລິການ ​ແລະ​ການ​ລົງ​ທຶນ. ສັນຍາ​ການ​ຄ້າ​ເສລີ​ຈີນ-ຈີ​ເລ ​ເປັນ​ສັນຍາ​ການ​ຄ້າ​ເສລີສະບັບ​ທໍາ​ອິດ​ທີ່​ຈີນ​ເຊັນ​ກັບປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ທັງ​ເປັນ​ໜຶ່ງ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ທີ່​ມີ​ລະດັບ​ເສລີພາບ​ສູງ​ສຸດ​ຂອງ​ຈີນ. ມາ​ຮອດ​ວັນ​ທີ 1 ​ເດືອນ​ມັງກອນ​ຂອງ​ປີ 2015, ​ໄດ້ສໍາ​ເລັດ​ການ​ຫຼຸດ​ພາສີ​ສິນ​ຄ້າ​ໃນ​ສັນຍາ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ