ສ ​ເກົາຫຼີ​ຈະ​ດຳ​ເນີນ​ການ​ຝຶກ​ຊ້ອມຍິງ​ປືນ​ເທິງ​ທະ​ເລ​ໃນ​ເດືອນ​ມິຖຸນາ​ໜ້າ​ນີ້
2015-05-27 16:50:33  cri 
ຕາມ​ສື່​ມວນ​ຊົນ​ສ ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 27 ພຶດສະພາ​ນີ້​ວ່າ: ກອງ​ທະຫານ​ເຮືອ​ສູ້​ຮົບ​ເທິງ​ບົກ​ສ ​ເກົາຫຼີ​ຈະ​ດຳ​ເນີນ​ການ​ຝຶກ​ຊ້ອມ​ຍິງ​ປືນ​ເທິງ​ທະ​ເລ ​ເຊິ່ງ​ໃນ​ນີ້​ລວມທັງ​ການ​ຍິງ​ປືນ​ໃຫຍ່ອັດຕະ​ໂນ​ມັດ K-9 ຢູ່​​ເຂດ​ເກາະທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ໃນ​ເດືອນ​ມິ​ຖຸນາ​ໜ້າ​ນີ້.

ຕາມ​ຂ່າວ​ແຈ້ງວ່າ: ​ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງ​ກອງ​ທະຫານ​ເຮືອ​ສູ້​ຮົບ​ເທິງ​ບົກ​ສ ​ເກົາຫຼີ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ກອງ​ທະຫານ​ເຮືອ​ສູ້ຮົບ​ເທິງ​ບົກ​ມີ​ແຜນ​ຈະ​ດຳ​ເນີນ​ການ​ຝຶກ​ຊ້ອມ​ຍິງ​ປືນ​​ເທິງ​ທະ​ເ​ລຢູ່ 5 ​ເກາະ​ທີ່​ເຂດ​ທະ​ເລ​ຕາ​ເວັນ​ຕົກ​ຂອງ​ສ ​ເກົາຫຼີ​ໃນ​ເດືອນ​ໜ້າ, ປັດຈຸບັນ, ກຳລັງ​ຄົ້ນຄວ້າ​ແຜນການ​ຝຶກ​ຊ້ອມ​ດ້ວຍ​ປືນ​ໃຫຍ່​ອັດຕະ​ໂນ​ມັດ K-9 ​ແລ​ະປືນ​ຍິງຈະ​ຫຼວດຫຼາຍ​ລູກ​ພ້ອມ​ກັນ.

ຕາມ​ຂ່າວ​ແຈ້ງວ່າ: ນີ້​ຈະ​​ແມ່ນ​ເທື່ອ​ທຳ​ອິດ​ທີ່​ກອງ​ທະຫານ​ເຮືອ​ສູ້​ຮົບ​ເທິງ​ບົກ​ສ ​ເກົາຫຼີຝຶກ​ຊ້ອມ​ການ​ຍິງ​ປືນ​ໃຫຍ່​ອັດຕະ​ໂນ​ມັດ K-9 ນັບ​ແຕ່​ເດືອນ​ມັງກອນ​ປີ​ນີ້​ເປັນ​ຕົ້ນ​ມາ. ນອກ​ນີ້, ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງ​ກອງ​ທະຫານ​ເຮືອ​ສູ້​ຮົບ​ເທິງ​ບົກ​ສ ​ເກົາຫຼີ​ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ຈຸດປະສົງ​ຂອງ​ການ​ຝຶກ​ຊ້ອມ​ຍິງ​ປືນ​ໃນ​ຄັ້ງ​ນີ້​ບໍ່​ແມ່ນ​ເພື່ອ​ແນ​ໃສ່​ໄພ​ຂົ່ມຂູ່​ຈາກ ​ສປປ ​ເກົາຫຼີ​ທີ່​ມີ​ຕໍ່​ເຂດ​ທະ​ເລ​ຕາ​ເວັນ​ຕົກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ