TripAdvisor ​ເວັ​ບ​ໄຊ​ທ່ອງ​ທ່ຽວ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໄດ້​ເປີດ​ເຜີຍຊື່ຈີນ​ໃໝ່
2015-05-27 17:14:01  cri 
ຂ່າວສານ​ຈີ​ນລາຍ​ງານ​ວ່າ:  ວັນ​ທີ 27 ພຶດສະພາ​ນີ້, ​ເວັບ​ໄຊ TripAdvisor ​ເຊິ່ງ​ເປັນ​ເວັບ​ໄຊ​ທ່ອງ​ທ່ຽວ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໄດ້​ເປີດ​​ເຜີຍຊື່​ຈີນຊື່​ໃໝ່​ຄື  "​ເມົາ​​ໂຖ​ຢິ່ງ" ພ້ອມ​ດ້ວຍ​ເຄື່ອງໝາຍ​ຍີ່​ຫຼໍ້ທີ່​ກ່ຽວຂ້ອງ​ຢ່າງ​ເປັນ​ທາງ​ການ ພ້ອມ​ທັງ​ໄດ້​​ເປີດ​ຕົວໂປຣ​ເກ​ມມື​ຖື​ສະບັບ​ພາສາ​ຈີນ​ຫຼ້າ​ສຸດ, ​ເວັ​ບ​ໄຊ​ພາສາ​ຈີນ​ກໍ​ໄດ້ຮັບ​ການ​ປັບປຸງ​ໃໝ່​​ແລ້ວ​ເປີດ​ເຜີຍ​ສູ່​ສາຍຕາ​ຜູ້​ຊົມ​ໃຊ້​ຢ່າງ​ເປັນ​ທາງ​ການ. ການ​ຍົກ​ລະດັບ​ຜະລິດ​ຕະພັນ​ໃນ​ຄັ້ງ​ນີ້​ແມ່ນ​ມາດ​ຕະການ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຂອງ TripAdvisor ພາຍ​ໃຕ້​ສະພາບ​ທີ່​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ​ແລະ​ຍັງ​ເປັນ​ມາດ​ຕະການ​ບຸກ​ເບີກ​ທຸລະ​ກິດ​ພາຍ​ຫຼັງ​ທີ່​ໄດ້​ສຳ​ຫຼວດຄວາມ​ຮຽກຮ້ອງ​ຕ້ອງການ​ລະອຽດ​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເດີນທາງ​ໄປ​ທ່ຽວ​ຕ່າງປະ​ເທດ.

ໃນ​ຖານະ​ທີ່​ເປັນ​ເວັບ​ໄຊ​ທ່ອງ​ທ່ຽວ​ແລະ​​ເວັບ​ໄຊ​ຕີ​ລາຄາ​ການທ່ອງທ່ຽວທີ່​ໃຫຍ່​ທີ​ສຸດ​ຂອງ​ໂລກ, TripAdvisor​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຊົມ​ເກືອບ 340 ລ້ານ​ຄົນ​ຕໍ່​ເດືອນ, ​ໂດຍໄດ້​ໂຮມ​ສູນ​ຄຳ​ເຫັນ​ຕົວ​ຈິງ​ຂອງ​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ຫຼາຍ​ກວ່າ 200 ລ້ານ​ຂໍ້ ​ເຊິ່ງ​ໄດ້ກວມ​ເອົາ​ໂຮງ​ແຮມ,ຮ້ານ​ອາຫານ​ແລະ​ແຫຼ່ງທ່ອງ​ທ່ຽວ 4 ລ້ານ 5 ​ແສນ​ແຫ່ງ​ຂອງ 190 ກວ່າ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ