ເປີດ​​​ເສັ້ນທາງ​ການບິນ​ຂົນ​ສົ່ງ​ສິນຄ້າ​ແຕ່​ຄຸນ​ມິ​ງຈີນ​ຫາ​ດາ​ກາ​ຂອງ​ບັງ​ກະລາ​ເດັດຢ່າງ​ເປັນ​ທາງ​ການ
2015-05-27 18:40:45  cri 
ຂ່າວສານ​ຈີນ​ລາຍ​ງານ​ວ່າ: ​ເວລາ 13 ​ໂມງ​ຂອງ​ວັນ​ທີ 27 ພຶດສະພາ​ນີ້, ​ໄປ​ຄຽງຄູ່​ກັບ​​ເຮືອບິນ​ຖ້ຽວ​ບິນ​ຂົນ​ສົ່ງ​ສິນຄ້າ​ແຕ່​ຄຸນ​ມິ​ງຈີນ​ຫາ​ນະ ຄອນ​ຫຼວງ​ດາ​ກາ​ຂອງ​ບັງ​ກະລາ​ເດັດ​ທີ່​ປະຕິບັດ​ໜ້າ​ທີ່​ການບິນ​ໂດຍ​ບໍລິສັດ​ການບິນ​ສາງ​ລົງ​ເຈີ້​ຈ່ຽງຈີນ​ໄດ້​ບິນ​ອອກ​ສູ່​ສະໜາມ​ບິນ, ​ເຊິ່ງ​ເປັນ​ຂີ​ດໝາຍ​ສະ​​ແດງ​​ໃຫ້​ເຫັນ​ວ່າ​ເສັ້ນທາງ​ການບິນ​ຂົນ​ສົ່ງ​ສິນຄ້າ​ສາກົນ​ຕາມ​ປົກກະຕິ​ທີ່​ອອກ​ຈາກ​​ແຂວງຢຸນນານ​ຈີນ​ສາຍ​ທຳ​ອິດ​ໄດ້​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ທ່ານ​ຫຼີຢິງລິນ ຮອງ​ປະທານ​ກຸ່ມ​ບໍລິສັດ​ສະໜາມ​ບິນ​ຢຸນນານ​ຈີນ​ຢືນຢັນ​ວ່າ: ​ເສັ້ນທາງ​ການບິນ​ຂົນ​ສົ່ງ​ສິນຄ້າ​ແຕ່​ຄຸນ​ມິ​ງຫາ​ດາ​ກາ​ໄດ້​ເປີດ​ທາງ​ຜ່ານ​ຂົນ​ສົ່ງ​ສິນຄ້າ​ຈາກ​ຢຸນນານ​ທີ່​ຫັນ​ໜ້າ​ໄປ​ສູ່​ແລວ​ທາງ​ເສດຖະກິດ​ບັງ​ກະລາ​ເດັດ-ຈີນ-ອິນ​ເດຍ-ມຽນມາ, ລະຫວ່າງ​ຢຸນນານ​ກັບ​ບັງ​ກະລາ​ເດັດ​ສາມາດ​ບັນລຸ​ການ​ຂົນ​ສົ່ງ​ສິນຄ້າສູ່​ກັນ​ຢ່າງ​ວ່ອງ​ໄວ ​ເຊິ່ງຈະ​ສາມາດ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ທຸລະ​ກິດ​ແລະ​​ໄປມາຫາສູ່​ກັນ​ດ້ານ​ການ​ຄ້າ​ລະຫວ່າງ​ຢຸນນານ​ກັບ​ເຂດ​ອາຊີ​ໃຕ້​ ​ແລະ​ສາມາດ​ຍົກ​ລະດັບ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ແຂວງ​ຢຸນນານ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ