ອະດີດ​ນາຍົກລັດຖະມົນຕີຝະຣັ່ງກ່າວ​ວ່າ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແມ່ນ​ຂົວ​ຕໍ່​ລະຫວ່າງ​ຈີນ-​ເອີຣົບ
2015-05-27 18:58:42  cri 
ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ຂະແໜງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ອາຊີ​​ເອີຣົບທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ພຶດສະພາ​ນີ້​ຢູ່​ນະຄອນ​ຈຸ່ງ​ກິ່ງ​ແຂວງ​ເສ​ສວນ​ຂອງ​ຈີນ, ທ່ານ​ໂດ​ມີ​ນິກ ​ເດ ວິວປີນ ອະດີດ​ນາຍົກລັດຖະມົນຕີຝະຣັ່ງກ່າວ​ວ່າ: "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ ​ເປັນ​ຂົວ​ຕໍ່​ລະຫວ່າງ​ຈີນ-​ເອີຣົບ ​ເຊິ່ງສາມາດ​ສົ່ງ​​ເສີມ​ການ​ຮ່ວມ​ມື​ສອງ​ຝ່າຍ​ແລະກຳຈັດການ​ປະ​ທະ​ກັນ.

ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢູ່​ທີ່​ປະຊຸມ, ທ່ານ​ເດ​ວິວປີນ​ກ່າວ​ເນັ້ນ​ວ່າ: ຈີນ​ແລະ​​ເອີຣົບສາມາດ​ດຳ​ເນີນ​ການ​ຮ່ວມ​ມື​ໄດ້​ໃນ​ຫຼາຍ​ຂົງ​ເຂດ. ຈັງຫວະ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ຈີນ​ກຳລັງ​ຊ້າ​ລົງ, ຈີນ​ຕ້ອງການ​ໃນ​ການ​ສ້າງ​ປະ​ເທດ​​ໃຫຍ່​ດ້ານ​ຂະ​ແໜງ​ການ​ຜະລິດ​ທີ່​ອາ​ໄສ​ການ​ສົ່ງ​ອອກ​ນັ້ນ​ໃຫ້​ເປັນ​ປະ​ເທດ​ແບບ​ບໍລິການ​ທີ່​ທັນ​ສະ​ໄໝ, ຈີນ​ແລະ​ເອີຣົບສາມາດ​​ແບ່ງປັນ​ບົດຮຽນ​ໃນ​ດ້ານ​ນີ້.

ພ້ອມ​ດຽວ​ກັນ​ນັ້ນ, ທ່ານ​ເດ​ວິວປີນ​ຍັງ​ໄດ້​ຢືນຢັນ​ຕໍ່​ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ເຊິ່ງ​ແມ່ນ​ຈີນ​ເປັນ​ຜູ້​ລິ​ເລີ່​ມສ້າງ​ຕັ້ງ. ທ່ານ​ກ່າວ​ວ່າ: ​ເພື່ອ​ຊຸກຍູ້​ການ​​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ, ຈີນ​ເອີຣົບຕ້ອງ​ປັບປຸງ​ຮູບ​ແບບ​ການ​ຮ່ວມ​ມື. ​ເວົ້າ​ໃນ​ດ້ານ​ນີ້​ແລ້ວ, ທະນາຄານ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ເປັນ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ. ຈີນ​ແລະ​ເອີຣົບສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ​ໃນ​ດ້ານ​ມາດຕະຖານ​ເຕັກນິກ​ແລະ​ການ​ຕິດຕາມ​ຄຸ້ມ​ຄອງ​ເພື່ອ​ສ້າງ​ຕະຫຼາດ​ຮ່ວມ​ຈີນ​ເອີຣົບອັນ​ໃຫຍ່​ແລະ​ສົ່ງ​ເສີມ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງ​ບັນດາ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ