ປະທານາທິບໍດີ​ສ.​ເກົາຫຼີຈະພົບ​ປະ​ກັບປະທານາທິບໍດີ​ອາ​ເມ​ລິກາ​ເພື່ອ​ປຶ​ກສາ​ຫາລື​ສະຖານະ​ການ​ແຫຼມ​ເກົາຫຼີ
2015-05-27 11:15:57  cri 
ວັນ​ທີ 26 ​ພຶດສະພາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ​​ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ, ທ່ານ​ນາງບັກ​ກຸນ​ເຮ, ປະທານາທິບໍດີ​ສ.​ເກົາຫຼີຈະ​ເດີນທາງ​ໄປ​ຢ້ຽມຢາມແລະພົບ​ປະ​ກັບ​ທ່ານໂອ​ບາ​ມາຢູ່​ທີ່​ທຳນຽບຂາວໃນວັນທີ 16 ມິຖຸນາໜ້າ​ນີ້,​ເພື່ອ​ປຶ​ກສາ​ຫາລື​ສະຖານະ​ການຄວາມປອດໄພຂອງ​ແຫຼມ​ເກົາຫຼີ ແລະບັນຫາອື່ນໆ.

ຝ່າຍທຳນຽບຂາວລາຍງານວ່າ, ທ່ານໂອມາບາກັບທ່ານນາງບັກ​ກຸນ​ເຮຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ຄວາມໝັ້ນຄົງ ​ເສດຖະກິດ​ແລະບັນຫາຕ່າງໆ​ໃນ​ທົ່ວ​ໂລກ, ປຶກສາ​ຫາລືບັນຫາ​​ພັນທະ​ມິດ​ອາ​ເມ​ລິ​ກາ-ສ.​ເກົາຫຼີ ​ພ້ອມບົດບາດ​ຂໍ​ກະ​ແຈ​ໃນ​ການ​ຮັບປະກັນ​ຄວາມໝັ້ນຄົງແລະສ​ເຖຍລະ​ພາບ​ໃນ​ພາກ​ພື້ນ. ສອງ​ຝ່າຍ​ຍັງ​ຈະ​ປຶກສາ​ຫາລືສະຖານະ​ການຄວາມໝັ້ນຄົງຂອງ​ແຫຼມ​ເກົາຫຼີ​ໃນ​ປັດຈຸບັນ, ​ແລະ​ການຮັບ​ມື​ກັບ​ການ​ຂົ່ມຂູ່​ແບບ​ຕໍ່​ເນື່ອງ​ທີ່​ມາ​ຈາກ​ສປປ​ເກົາຫຼີ. ນອກ​ນີ້​ແລ້ວ, ສອງ​ຝ່າຍ​ຍັງ​ຈະຄົ້ນຄວ້າ​ຫາລື​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ເສດຖະກິດ ສິ່ງ​ແວດ​ລ້ອມ ສາທາລະນະ​ສຸກ​ແລະ​ຄວາມໝັ້ນຄົງ​ທາງ​ອິນ​ເຕີ​ເນັດ.

​ໃນຕົ້ນປີ​ນີ້ ຝ່າຍ​ທຳນຽບຂາວ​ກໍ​ເຄີຍ​ກ່າວ​ວ່າ, ປີ​ນີ້​ແມ່ນ​ປີຂໍ​ກະ​ແຈ​ຂອງ​ອາ​ເມ​ລິ​ກາ​ໃນ​ການ​ຊຸກຍູ້ຍຸດ​ທະ​ສາດຄວາມ​ດຸນ​ດ່ຽງອີ​ກຄັ້ງ​ໃໝ່​ໃນ​ພາກພື້ນ​ອາຊີ​ປາຊິ​ຟິກ, ທ່ານ​ສີ​ຈິ້ນ​ຜິ​ງ,ປະທານ​ປະ​​ເທດ​ຈີນ, ທ່ານ​ນາງ​ບັກ​ກຸນ​ເຮ,ປະທານາທິບໍດີ​ສ.​ເກົາຫຼີ, ທ່ານ​ຊິນ​ໂຈະ ອະ​ເບະ,ນາຍົກລັດຖະມົນຕີຍິ່ປຸ່ນ, ​ແລະ​ທ່ານ​ໂຈ​ໂຄ ວິ​ໂດ​ໂດ,ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ລ້ວນ​ແຕ່​ຈະ​ຢ້ຽມ​ຢາ​ມອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ຫວັງ​ຢາກ​ຍົກ​ລະດັບຂອງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃຫ້​ສູງຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ