ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ "ຂໍ້​ລິ​ເລີ່​ມສັນ​ຕິ​ພາບ​​ທະ​ເລ​ຈີນ​ໃຕ້" ຂອງ​ໄຕ້​ຫວັນ
2015-05-27 16:07:32  cri 
    ວັນ​ທີ 26 ພຶດສະພາ​ນີ້, ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ນາງ​ຮ້ວາ​ຊູ່​ນຢີງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຂອງ​ແຜ່ນດິນ​ໃຫຍ່​ຈີນ​ກ່າວ​ວ່າ, ຊາວ​ຈີນ​ຢູ່​ສອງ​ຟາກ​ຝັ່ງ​ມີ​ພັນ​ທະ​ຮ່ວມ​ກັນ​ປ້ອງ​ກັນຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳຂອງ​​ຊາດຕໍ່ມະຫາ​ສະໝຸດ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​​ເຂດ​ທະ​ເລ​ຈີນ​ໃຕ້.

    ​ໃນ​ກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ມີ​ນັກ​ຂ່າວ​ຖາມ​ວ່າ, ມື້​ນີ້ ​ໄຕ້​ຫວັນ​ອອກ "​ຂໍ້​ລິ​ເລີ່​ມສັນຕິພາບ​ທະ​ເລ​ຈີນ​ໃຕ້", ຝ່າຍ​ແຜ່ນດິນ​ໃຫຍ່ຈີນ​ມີ​ຄຳ​ວິຈານ​ຫຍັງ​ແດ່​ຕໍ່​ເລື່ອງ​ນີ້?

    ທ່ານ​ນາງ​ຮ້ວາ​ຊູ່​ນຢີງກ່າວ​ວ່າ, ພວກ​ຂ້າພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ນຳ​ຂໍ້​ລິ​ເລີ່ມດັ່ງກ່າວ​ແລ້ວ. ນາງກ່າວ​ວ່າ, ຊາວ​ຈີນ​ຢູ່​ສອງ​ຟາກ​ຝັ່ງ​ມີ​ພັນ​ທະ​ຮ່ວມ​ກັນ​ປ້ອງ​ກັນຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຊາດທີ່​ມີ​ຕໍ່ມະຫາ​ສະໝຸດ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​​ເຂດ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ