ປີ​ນີ້ຈີນ​ຈະ​ຊຸກຍູ້ໂຄ​ງການ​ຮ່ວມ​ມື​ທາງ​ທະ​ເລກັບ​ອາ​ຊຽນ​ຫຼາຍ​​ໂຄງການ
2015-05-27 17:20:06  cri 

ວັນ​ທີ 27 ພຶດສະພາ​ນີ້, ທ່ານ​ເສີນ​ຫຼຽນ​​ເຈີ່​ງ, ຮອງ​ຫົວໜ້າ​ກົມ​ມະຫາ​ສະໝຸດ​​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ໃນ​ປີ​ນີ້ ຈີນ​ຈະ​ຖື​ງານ​ວາງສະ​ແດງ​ຈີນ-ອາຊຽນ​ເປັນ​ເວທີ, ປະສານ​ສົມທົບ​ກັບ​ໂຄງ​ຄວາມ​ຄິດ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ເພື່ອຊຸກຍູ້​ຫຼາຍໂຄ​ງການ​ຮ່ວມ​ມື​ທາງ​ທະ​ເລກັບ​ອາ​ຊຽນ.

ມຶ້ດຽວ​ກັນ, ຄະນະ​ນັກ​ຂ່າວ​ທີ່​ຈັດ​ຕັ້ງ​ໂດຍ​ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນນັ້ນ ​ໄດ້​ສໍາພາດ​ກົມ​ມະຫາ​ສະໝຸດ​ແຫ່ງ​ຊາດ​ຈີນ. ທ່ານ​ເສີນ​ຫຼຽນ​ເຈິ່ງ​ໄດ້​ຕອບ​ຄໍາ​ຖາມ​ຈາກ​ນັກ​ຂ່າວ​ດ້ວຍ​ລາຍ​ລັກ​ອັກສອນ.​

ທ່ານ​ເສີນ​ຫຼຽນ​ເຈິ່ງ​ກ່າວ​ວ່່າ, ປີ​ນີ້​ແມ່ນ"ປີ​​ການ​ຮ່ວມ​ມື​ທາງ​ທະ​ເລ​ຈີນ-ອາ​ຊຽນ", ງານ​ວາງສະ​ແດງ​ຈີນ-ອາຊຽນຄັ້ງ​ທີ 12 ທີ່​ຈະຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຈີນ​ໃນ​ປີີ​ນີ້ ຈະ​ຖື "ການຮ່ວມ​ກັນ​ສ້າງ​ເສັ້ນທາງ​ສາ​ຍ​ໄໝ​ທາງ​ທະ​ເລ​ຂອງ​ສະຕະວັດ​ທີ 21--ຮ່ວມ​ກັນສ້າງ​ແຜນວາດ​ແຫ່ງ​ການ​ຮ່ວມ​ມື​ທາງ​ທະ​ເ​ລ"​ເປັນ​ຫົວ​ຂໍ້​ຫຼັກ, ຄະນະ​ກໍາມະການ​ຈັດ​ຕັ້ງ​ຈະ​ວາງ​​ແຜນ​ຈັດ​ກິດຈະ​ກໍາ​ຕ່າງໆ​ໃນ​ດ້ານ​ການ​ແລກປ່ຽນ​ທາງ​ການ​ເມືອງ, ​ເສ​ດ​ຖະກິດ​ການ​ຄ້າ ​ແລະ​ວັດທະນະ​ທໍາ ​ໂດຍ​ປິ່ນ​ອ້ອມຫົວ​ຂໍ້​ຫຼັກ​ດັ່ງກ່າວ ​ເພື່ອ​ສ້າງ​ເວທີ​ໃຫ້​ແກ່​ການ​ຮ່ວມ​ມື​ທາງ​ທະ​ເລ​ຈີນ-ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ