ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ປາ​ຖະກະຖາ​​ໃນ​ຄະນະ​ກໍາມະການ​ເສດຖະກິດ​ອາ​ເມ​ລິ​ກາ​ລາ​ຕິນອົງການສະຫະ​ປະຊາ​ຊາດ
2015-05-27 18:57:47  cri 

ວັນ​ທີ 25 ພຶດສະພາ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີ​ຈີນ ​ໄດ້​ກ່າວ​ປະ​ຖະກະຖາ​ໃນຄະນະ​ກໍາມະການ​ເສດຖະກິດ​ອາ​ເມ​ລິ​ກາ​ລາ​ຕິນອົງການສະຫະ​ປະຊາ​ຊາດ, ຊີ້​ແຈງ​ນະ​ໂຍບາຍ​ຂອງ​ຈີນ​ຕໍ່​ອາ​ເມ​ລິ​ກາ​ລາ​ຕິນ ​ແລະ​ກ່າວ​ວ່າ​ອາ​ເມ​ລິ​ກາ​ລາ​ຕິນ​ເປັນລະ​ດັບ​ຄວາມ​ສູງ​ໃໝ່​​ໃນ​ດ້ານ​ການ​ເມື​ອງ ​ແລະ​ເສດຖະກິດ​ໃນ​ທົ່ວ​ໂລກ. ທ່ານ​ນາງ​ອາ​ລິ​ຊີ​ອາ ບາ​ເຊ​ນາ, ​ເລ​ຂາບໍລິຫານ​ງານຄະນະ​ກໍາມະການ​ເສດຖະກິດ​ອາ​ເມ​ລິ​ກາ​ລາ​ຕິນອົງການສະຫະ​ປະຊາ​ຊາດ ​ແລະ​ທ່ານ​ນາງ​ມິ​ເຊ​ນ ອາ​ເຊ​ເລັດ, ປະທານາທິບໍດີ​ຈີ​ເລ ​ໄດ້​ເຂົ້າ​ຮ່ວມ. ຄະນະ​ກໍາມະການ​ເສດຖະກິດ​ອາ​ເມ​ລິ​ກາ​ລາ​ຕິນອົງການສະຫະ​ປະຊາ​ຊາດ​ເປັນ​ໜຶ່ງ​ໃນ 5 ຄະນະ​ກໍາມະການ​ພາກ​ພື້ນ​ຂອງ​ອົງການສະຫະ​ປະຊາ​ຊາດ ​ເຊິ່ງມີ​ຈຸດປະສົງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະນາ​ຂອງ​ອາ​ເມ​ລິ​ກາ​ລາ​ຕິນ ​ແລະທະ​ເລກາຣີບຽນ​.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ