ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ຮອງ​ປະທານ​ສະມາ​ຄົມ​ໂຊ​ກາ​ຍີ່ປຸ່ນ
2015-05-28 11:25:59  cri 

ທ່ານ​ຢາງ​ເຈ​ສື, ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ​ຮີ​ໂຣມາ​ຊາ ອີ​ເກ​ດະ, ຮອງ​ປະທານ​ສະມາຄົມ​ໂຊ​ກາ​ຍີ່ປຸ່ນ​ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ​ໃນ​ຕອນ​ບ່າຍ​ວັນ​ທີ 27 ພຶດສະພາ​ນີ້.

​ໂອກາດ​ນີ້, ທ່ານ​ຢາງ​ເຈ​ສື ກ່າວ​ວ່າ: ຝ່າຍ​ຈີນ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ການ​ຊຸກຍູ້​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຈີນ-ຍີ່ປຸ່ນ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ແລກປ່ຽນ​ແລະມິດຕະພາບຈີນ-ຍີ່ປຸ່ນ ​ແລະ ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ, ​ໂດຍ​ຊີ້​ອອກ​ວ່າ: ພື້ນຖານ​ແຫ່ງ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ-ຍີ່ປຸ່ນ​ແມ່ນ​ຢູ່​ລະຫວ່າງ​ປະຊາຊົນ. ຝ່າຍ​ຈີນ​ຍິນ​ດີ​ຍຶດຖື​ຈິດ​ໃຈ​ທີ່ຖື​ປະຫວັດສາດ​ເປັນ​ແວ່ນ​ແຍງ ​ແລະ ຫັນ​ໜ້າ​ສູ່​ອະນາຄົດ, ພະຍາຍາມ​ຮ່ວມ​ກັບ​ຝ່າຍ​ຍີ່ປຸ່ນ ​ເພື່ອ​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໄດ້​ຮັບ​ການ​ປັບປຸງ ​ແລະ ມີ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ບົນ​ພື້ນຖານ​ເອກະສານ​ການ​ເມືອງ 4 ສະບັບ​ລະຫວ່າງ​ຈີນ-ຍີ່ປຸ່ນ.

ທ່ານຮີ​ໂຣມາ​ຊາ ອີ​ກາ​ດະ ກ່າວ​ວ່າ: ພາຍ​ໃນ​ປະ​ເທດ​ຍີ່ປຸ່ນ​ໄດ້​ມີ​ການ​ຕອບ​ຮັບ​ຢ່າງ​ຕັ້ງໜ້າ​ຕໍ່ຄຳ​ປາ​ໄສ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ. ສະມາຄົມ​ໂຊ​ກາ ຍິນ​ດີ​ຊູ​ຄັນທຸງ​ໄມ​ຕິ​ຈິດ​ມິດຕະພາບ​ຍີ່ປຸ່ນ-ຈີນ​ໃຫ້​ສູງ, ​ແລະ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ​​ເພື່ອຊຸກ​ຍູ້​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ-ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ