ຈີນ​ຈັດກິດຈະກຳ​​ໃນ​ຖານະ​ປະ​ເທດ​ກິດ​ຕິ​ມະ​ສັກຂອງ​ງານ​ວາງສະ​ແດງ​ປື້​ມອາ​ເມ​ລິ​ກາ 2015 ຢູ່​ທີ່​ນິວຢອກ
2015-05-28 11:28:17  cri 

ຈີນ​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ຂອງ "​ເວທີ​ປຶກສາ​ຫາລື​ການ​ຕະຫຼາດທົ່ວ​ໂລກ" 2015 ຂອງງານ​ວາງສະ​ແດງ​ປື້​ມອາ​ເມ​ລິ​ກາ, ​ແລະ​ໄດ້​ຈັດ​ກິດຈະກຳ​ໃນ​ຖານະ​​ເປັນ​ປະ​ເທດ​ກິດ​ຕິ​ມະ​ສັກ​ຂຶ້ນຢ່າງ​ເປັນ​ທາງ​ການຢູ່​ທີ່​ນິວຢອກ​ໃນວັນ​ທີ 27 ພຶດສະພາ​ນີ້.

ນີ້​ແມ່ນ​ກິດຈະກຳ​ແລກປ່ຽນ​​ໃນ​ຂະ​ແໜງການ​ພິມ​ຈຳໜ່າຍ​ທີ່​ມີ​ຂະໜາດ​ໃຫຍ່ທີ່​ສຸດ​ທີ່​ຈີນ​ຈັດ​ຂຶ້ນຢູ່​ອາ​ເມ​ລິ​ການັບ​ຕັ້ງ​ແຕ່​ສອງ​ປະ​ເທດ​ໄດ້​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເປັນຕົ້ນມາ, ​ແລະ​ກໍ່​ແມ່ນ​ກິດຈະກຳ​ແລກປ່ຽນ​ວັດທະນະທຳ​ທີ່​ສຳຄັນ​ຄັ້ງໜຶ່ງ​ທີ່​ຈັດ​ຂຶ້ນພາຍ​ໃຕ້​ຂອບ​ກົນ​ໄກ​ປຶກສາ​ຫາລື​ການ​ແລກປ່ຽນ​ວັດທະນະທຳ​ລະດັບ​ສູງຈີນ-ອາ​ເມ​ລິ​ກາ​ໃນ​ປີ​ນີ້.

ຫົວ​ຂໍ້​ຂອງ​ກິດຈະກຳ​ຄັ້ງນີ້​ແມ່ນ "ສຳຜັດ​ແລະ​ສ້າງ​ຄວາມຮູ້ສຶກກັບ​ຈີນ, ສ້າງ​ອະນາຄົດຮ່ວມ​ກັນ", ​​​ເຊິ່ງ​ມີ​ກົມ​ໃຫຍ່ຖະ​ແຫຼງຂ່າວ, ພິມ​ຈຳໜ່າຍ, ວິທະຍຸ, ຮູບ​ເງົາ ​ແລະ ​ໂທລະພາບ​ແຫ່ງ​ຊາດ​ຈີນ​ເປັນ​ເຈົ້າພາບ, ​ແລະ​ຮ່ວມ​ມື​ໂດຍກຸ່ມ​ບໍລິສັດ​ນຳ​ເຂົ້າ-ສົ່ງ​ອອກ​ປື້​ມຈີນ ​ແລະ ບໍລິສັດ​ພັດທະນາ​ຖະ​ແຫຼງຂ່າວ​ແລະການ​ພິມ​ຈຳໜ່າຍຮອບ​ໂລກ​ຈຳກັດ.

ທ່ານ​ອູ​ຊາງ​ຈື່, ຮອງ​ຫົວໜ້າ​ກົມ​ໃຫຍ່ຖະ​ແຫຼງຂ່າວ, ພິມ​ຈຳໜ່າຍ, ວິທະຍຸ, ຮູບ​ເງົາ ​ແລະ ​ໂທລະພາບ​ແຫ່ງ​ຊາດ​ຈີນ ​ໄດ້​ກ່າວ​ເປີດ​ພິທີ ​ໂດຍ​ກ່າວ​ວ່າ: ຫວັງ​ວ່າ​ວົງ​ການ​ພິມ​ຈຳໜ່າຍຂອງ​ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ລິ​ກາ​ຈະ​ແປ​ແລະ​ພິມ​ຈຳໜ່າຍ​ປື້​ມທີ່​ດີ​ເດັ່ນ​ໃຫ້ຫຼາຍກວ່າ​ເກົ່າ​ອີກ, ​ເພື່ອສະໜອງການ​ບໍລິ​ໂພ​ກ​ທາງ​ດ້ານ​ຈິດ​ໃຈ​ທີ່​ອຸດົມສົມບູນ​ຍິ່ງ​ຂຶ້ນ​ໃຫ້​ແກ່​ຜູ້​ອ່ານ, ​ແລະ​​ຂຽນ​ປະຫວັດສາດໜ້າ​ໃໝ່​ແຫ່ງ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ໃຫ້​ອະລັງການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ